ອີ​ຢູ ຮັບ​ຮອງ​ເອົາ​ຂອບ​​ນິ​ຕິ​ກຳ​ລົງ​ໂທດ ລີ​ບັງ

(VOVWORLD) - ອີຢູ ໄດ້ຮັບຮອງເອົາຂອບນິຕິກຳ ຈັດວາງຄຳສັ່ງລົງໂທດສຳລັບບັນດາສ່ວນບຸກຄົນທີ່ກ່ຽວຂ້ອງເຖິງວິກິດການດ້ານການເມືອງຢູ່ ລີບັງ.
ອີ​ຢູ ຮັບ​ຮອງ​ເອົາ​ຂອບ​​ນິ​ຕິ​ກຳ​ລົງ​ໂທດ ລີ​ບັງ - ảnh 1

 ຜູ້ແຫ່ຂະບວນປະທ້ວງຢູ່ ລີບັງ (ພາບ: AFP/TTXVN)

   ວັນທີ 30 ກໍລະກົດ, ຜູ້ຕາງໜ້າຂອງ 27 ປະເທດສະມາຊິກສະຫະພາບເອີລົບ (ອີຢູ) ໄດ້ຮັບຮອງເອົາຂອບນິຕິກຳ ຈັດວາງຄຳສັ່ງລົງໂທດສຳລັບບັນດາສ່ວນບຸກຄົນທີ່ກ່ຽວຂ້ອງເຖິງວິກິດການດ້ານການເມືອງຢູ່ ລີບັງ. ຕາມນັ້ນແລ້ວ, ບັນດາສ່ວນບຸກຄົນນອນໃນບັນຊີລາຍຊື່ຖືກລົງໂທດ ຈະຖືກຫ້າມເຂົ້າ ອີຢູ, ປິດລ້ອມສັບສົມບັດ, ຫ້າມຮັບການອຸປະຖຳຈາກ ອີຢູ. ຄຳສັ່ງລົງໂທດຂອງ ອີຢູ ແນໃສ່ບັນດາສ່ວນບຸກຄົນ ຫຼືອົງການຈັດຕັ້ງລະອຽດທີ່ມີການກະທຳ ກໍ່ຜົນສະທ້ອນຕໍ່ວິກິດການດ້ານການເມືອງປະຊາທິປະໄຕຢູ່ ລີບັງ.

ວິກິດການດ້ານການເມືອງ ແລະ ເສດຖະກິດຢູ່ ລີບັງ ໄດ້ເກີດຂຶ້ນເມື່ອປີ 2019 ແລະ ນັບມື້ນັບຮ້າຍແຮງຂຶ້ນຕື່ມ ຂະນະທີ່ລັດຖະບານຕ້ອງລາອອກຈາກຕຳແໜ່ງ ພາຍຫຼັງເກີດເຫດລະເບີດອັນນອງເລືອດ ຢູ່ສາງແຫ່ງໜຶ່ງທີ່ທ່າກຳປັ່ນ Beirut ເມື່ອວັນທີ 4 ສິງຫາປີ 2020 ອັນໄດ້ເຮັດໃຫ້ 200 ຄົນເສຍຊີວິດ ແລະ ນັບພັນຄົນຖືກບາດເຈັບ. ຍ້ອນຄວາມບໍ່ລົງລອຍກັນລະຫວ່າງບັນດາພັກຝ່າຍການເມືອງໃຫ່ຍ, ນັບແຕ່ນັ້ນມາຮອດປະຈຸບັນ, ລີບັງ ຍັງບໍ່ທັນສ້າງຕັ້ງລັດຖະບານໄດ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ