ອີຢູ ເພີ່ມທະວີ ບັນດາມາດຕະການປ້ອງກັນຄວາມສະຫງົບພາຍໃນກຸ່ມ

ອີຢູ ເພີ່ມທະວີ ບັນດາມາດຕະການປ້ອງກັນຄວາມສະຫງົບພາຍໃນກຸ່ມ - ảnh 1
ການກູ້ໄພກູ້ຊີບບົນທະເລ ຂອງກຸ່ມ ອີຢູ
(ພາບ: AFP/TTXVN)

(vovworld) – ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ ກະຊວງ​ພາຍ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ ​ເອີ​ລົບ ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​​ເປັນ​ເວລາ 2 ວັນ​ຢູ່ Luxemboug. ​ໂດຍລະອຽດ​ແມ່ນ, ບັນດາ​ລັດຖະມົນຕີ​ໄດ້​ປຶ​ກສາ​ຫາ​ລື ກ່ຽວ​ກັບ​ເລື່​ອງຮັກສາ​ລະບົບ​ຂໍ້​ມູນ, ຕ້ານ​ການ​ເຮັດ​ເງິນ ​ເອີ​​ໂຣ ປ່ອມ, ​ເລື່ອງ​ໄປມາຢ່າງ​ເສລີ​ຂອງ​ປະຊາຊົນ. ບັນດາ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ປັດ​ໄຈ​ສຳຄັນ​ຂອງ​ການ​ກຳນົດ​ລວມ​ໃນ​ການ​ຮັກສາ​ລະບົບ​ຂໍ້​ມູນທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫຼັກການ​ປະຕູ​ດຽວ​ຂອງ ອີ​ຢູ. ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ລັດຖະມົນຕີ​ກໍ່​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ກັບ​ສະພາ ​ເອີ​ລົບ ​ເພື່ອ​ປົກ​ປ້ອງ​ສະກຸນ​ເງິນ​ລວມ ​ແລະ ບາງ​ສະກຸນ​ເງິນ​ອື່ນ​ຫຼີກ​ລ້ຽງ​ໄພ​ເຮັດ​ເງິນ​ປ່ອມ, ພ້ອມ​ທັງ​ຊຸກຍູ້​ຄວາມ​ໝັ້ນຄົງ​ຂອງ ພັນທະ​ມິດ​ເງິ​ນຕາ ​ເອີ​ລົບ ດ້ວຍ​ວິທີ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ປົກ​ປ້ອງສະກຸນ​ເງິນ​ທີ່​ກຳລັງ​ໃຊ້, ສົມທົບ​ລະຫວ່າ​ງລັດຖະບານ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຍຸຕິ​ທຳ​ຂອງ​ບັນດາ​ປະ​ເທດ ອີ​ຢູ.

 

ຂ່າວ/ບົດ​ອື່ນ