ອີຢູ ເຫັນດີເປັນເອກະພາບຕໍ່ກຳນົດເວລາ Brexit

(VOVWORLD) - ວັນທີ 23 ຕຸລາ, ບັນດາສະມາຊິກສະຫະພາບ ເອີຣົບ (ອີຢູ) ໄດ້ເຫັນດີເປັນເອກະພາບ ດ້ານຫຼັກການກ່ຽວກັບເລື່ອງເລື່ອນເວລາ Brexit ພາຍຫລັງວັນທີ 31 ຕຸລາ ແຕ່ຍັງບໍ່ທັນຕົກລົງໄດ້ໄລຍະເວລາຕໍ່ກຳນົດ.
ອີຢູ ເຫັນດີເປັນເອກະພາບຕໍ່ກຳນົດເວລາ Brexit - ảnh 1(ພາບ: THX/TTXVN)

        ພາຍຫລັງກອງປະຊຸມຂອງເອກອັກຄະລັດຖະທູດບັນດາປະເທດສະມາຊິກ ອີຢູ 27 ທ່ານ ບໍ່ນັບ ອັງກິດ, ບັນດາແຫຼ່ງຂ່າວຈາກເຈົ້າໜ້າທີ່ບາງທ່ານໃຫ້ຮູ້ວ່າ: ປະເທດຕ່າງໆໄດ້ເຫັນດີເປັນເອກະພາບເລື່ອງຕໍ່ກຳນົດເວລາກ່ຽວກັບດ້ານຫຼັກການ, ແຕ່ໄລຍະເວລາຈະແກ່ຍາວດົນປານໃດນັ້ນ ຍັງຄົງໄດ້ປຶກສາຫາລືກັນຕື່ມ. ຝຣັ່ງ ໄດ້ເປີດເຜີຍໄລຍະຕໍ່ກຳນົດເວລາແມ່ນບໍ່ຮອດ 3 ເດືອນ - ຕາມການສະເໜີຂອງຝ່າຍ ອັງກິດ ສະເໜີ.

        ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 23 ຕຸລາ, ທ່ານ Jeremy Corbyn ການນຳພັກແຮງງານຝ່າຍຄ້ານຢູ່ ອັງກິດ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແນໃສ່ປຶກສາຫາລື “ຕາຕະລາງເວລາ” ຈຶ່ງອະນຸຍາດໃຫ້ບັນດາສະມາຊິກລັດຖະສະພາປະເທດນີ້ ມີເວລາຮັບຮອງເອົາຮ່າງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ