ອີ​ຢູ ແລະ ລາວ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ AMM 53 ແລະ ວຽກ​ງານ​ການ​ຈັດ​ຕັ້ງ​ຂອງ​ຫວຽດ​ນາມ

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງປານ ສະຫວັນເພັດ, ຫົວໜ້າ SOM ອາຊຽນ ລາວ, ໄດ້ຕີລາຄາສູງຕໍ່ວຽກງານຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງຫວຽດນາມ  ເຊິ່ງແມ່ນປະເທດປະທານ ອາຊຽນ 2020.
ອີ​ຢູ ແລະ ລາວ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ AMM 53 ແລະ ວຽກ​ງານ​ການ​ຈັດ​ຕັ້ງ​ຂອງ​ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເປັນປະທານກອງປະຊຸມ AMM 53 (ພາບປະກອບ: TTXVN)

            ຕາມທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ (ອີຢູ) ປະຈຳ ອາຊຽນ Igor Driesmans ແລ້ວ, ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ AMM 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສຳເລັດໃນສະພາບການທີ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ເຄີຍມີມາ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບັນດາແງ່ມູມທາງດ້ານເຕັກນິກ ແລະ ພະລາທິການຂອງຫວຽດນາມໃຫ້ແກ່ບັນດາເຫດການນີ້ ແມ່ນປະທັບໃຈທີ່ສຸດ. ທ່ານຖືວ່າ ຈຸດໃຈກາງຂອງຫວຽດນາມໃນການປັບປຸງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ແມ່ນສິ່ງທີ່ບໍ່ມີຫຍັງສອດຄ່ອງໄປກວ່າໃນປັດຈຸບັນ”. ທ່ານເອກອັກຄະລັດຖະທູດ ຖືວ່າ ໃນຖານະຕຳແໜ່ງເປັນປະທານ ອາຊຽນ ຫວຽດນາມ ໄດ້ສຳເລັດຜົນໃນການຍົກສູງນ້ຳໃຈຄວາມສາມັກຄີ, ການຮ່ວມມື ແລະ ຄວາມຮັບຜິດຊອບທີ່ມີຕໍ່ວົງຄະນະຍາດສາກົນ ນັບແຕ່ຊຸມມື້ທຳອິດຂອງວິກິດການນີ້.

            ໃນຂະນະນັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ທອງປານ ສະຫວັນເພັດ, ຫົວໜ້າ SOM ອາຊຽນ ລາວ, ໄດ້ຕີລາຄາສູງຕໍ່ວຽກງານຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງຫວຽດນາມ  ເຊິ່ງແມ່ນປະເທດປະທານ ອາຊຽນ 2020. ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ລາວ ແລ້ວ, ຫວຽດນາມບໍ່ພຽງແຕ່ຈັດຕັ້ງທຸກໆເຫດການຢ່າງສຳເລັດຜົນ ຕາມຄາດໝາຍທີ່ໄດ້ວາງອອກເທົ່ານັ້ນ, ຫາກຍັງປະສົບຜົນສຳເລັດໃນການແລກປ່ຽນ, ປຶກສາຫາລືບັນດາເອກະສານຕາມແຜນການ ໃນສະພາບໂລກລະບາດໂຄວິດ - 19 ພວມຜັນແປຢ່າງສັບສົນໃນພາກພື້ນ ແລະ ໃນໂລກ. ນອກຈາກນັ້ນ, ບັນດາບຸລິມະສິດ ເຊິ່ງປະເທດປະທານ ອາຊຽນ ຍົກອອກມາ ລ້ວນແຕ່ບັນລຸຄວາມຄືບໜ້າດີ.

ຕອບກັບ

ຂ່າວ/ບົດ​ອື່ນ