ອີຢູ ແລະ ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 20 ມີນາ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດການປະຊຸມກ່ຽວກັບສະພາບການຜະລິດ, ສະໜອງບັນດາຜະລິດຕະພັນສິນຄ້າຈຳເປັນຢູ່ຕະຫລາດພາຍໃນປະເທດ, ຄວາມສາມາດທີ່ເກີດຜົນສະທ້ອນກ່ຽວກັບການສົ່ງອອກຂອງ ຫວຽດນາມ ໄປຍັງບາງຕະຫລາດຄື ອາເມລິກາ ແລະ ອີຢູ ພາຍຫລັງບັນດາປະເທດເຫຼົ່ານີ້ ຖະແຫຼງປິດດ່ານຊາຍແດນ. 
ອີຢູ ແລະ  ອາເມລິກາ ຍັງບໍ່ທັນມີການຈຳກັດກ່ຽວກັບເລື່ອງຢຸດຕິການນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ - ảnh 1 ພາບປະກອບ

ເມື່ອແບ່ງປັນທີ່ການປະຊຸມ, ທ່ານ ຕະຮ່ວາງລິງ - ຫົວໜ້າກົມທະວີບ ເອີຣົບ, ທະວີບອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ພາຍຫລັງມີຂ່າວຄາວກ່ຽວກັບບາງຄູ່ຮ່ວມມືຂອງ ເອີຣົບ ແລະ ອາເມລິກາ ປະກາດຢຸດຕິການນຳເຂົ້າສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບ, ທາງກົມໄດ້ເຮັດວຽກກັບຄະນະປະຕິບັດງານສະຫະພາບ ເອີຣົບ (ອີຢູ) ປະຈຳ ຫວຽດນາມ ແລະ ສະຖານທູດ ອາເມລິກາ. ເພື່ອເຮັດແຈ້ງເລື່ອງ ລັດຖະບານ ອາເມລິກາ ພວມນຳໃຊ້ ນະໂຍບາຍຢຸດຕິການນຳເຂົ້າຊົ່ວຄາວບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ເຂົ້າຕະຫລາດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ຢັ້ງຢືນວ່າ:

        “ຂ້າພະເຈົ້າຢັ້ງຢືນວ່າ ຂໍ້ມູນດັ່ງກ່າວແມ່ນບໍ່ຖືກຕ້ອງ. ສະຖານູດ ຫວຽດນາມ ປະ ອາເມລິກາ ໄດ້ຕິດຕໍ່, ແລກປ່ຽນກັບບັນດາອົງການສຳນັກງານີ່ກ່ຽວຂ້ອງຂອງ ອາເມລິກາ ແລະ ໄດ້ຮັບຮູ້ຢ່າງເປັນທາງການວ່າ: ລັດຖະບານ ອາເມລິກາ ບໍ່ມີແຜນນະໂຍບາຍຢຸດຕິຊົ່ວາວການນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ