ອີ​ຢູ ແລະ ອາ​ເມ​ລິ​ກາ ສື​ບ​ຕໍ່​ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ ລັດ​ເຊຍ ແລະ ຢູ​ແກຼນ

(VOVWORLD) -ສອງຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງ ລັດເຊຍ ເພີ່ມທະວີກຳລັງທະຫານຢູ່ເຂດຊາຍແດນຕິດກັບ ຢູແກຼນ ແລະ ແຈ້ງໃຫ້ຊາບກ່ຽວກັບຄຳໝັ້ນສັນຍາການທູດຫຼ້າສຸດ ກ່ຽວຂ້ອງເຖິງເຈດຈຳນົງຂອງລັດເຊຍ ເພື່ອແນໃສ່ກຳນົດບັນດາຂໍ້ຕົກລົງຄວາມໝັ້ນຄົງຢູ່ ເອີຣົບ. 
ອີ​ຢູ ແລະ ອາ​ເມ​ລິ​ກາ ສື​ບ​ຕໍ່​ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ ລັດ​ເຊຍ ແລະ ຢູ​ແກຼນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ອີຢູ Josep Borrell (ພາບ: AFP/TTXVN)

ພາຍຫຼັງການປຶກສາຫາລືບໍ່ເປັນທາງການຂອງທ່ານລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພາບເອີຣົບ (ອີຢູ) ຢູ່ Brest ປະເທດ ຝລັ່ງ, ວັນທີ 15 ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ ອີຢູ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງ ລັດເຊຍ ເພີ່ມທະວີກຳລັງທະຫານຢູ່ເຂດຊາຍແດນຕິດກັບ ຢູແກຼນ ແລະ ແຈ້ງໃຫ້ຊາບກ່ຽວກັບຄຳໝັ້ນສັນຍາການທູດຫຼ້າສຸດ ກ່ຽວຂ້ອງເຖິງເຈດຈຳນົງຂອງລັດເຊຍ ເພື່ອແນໃສ່ກຳນົດບັນດາຂໍ້ຕົກລົງຄວາມໝັ້ນຄົງຢູ່ ເອີຣົບ. ສອງຝ່າຍກໍໄດ້ເນັ້ນໜັກເຖິງຄວາມຕັດສິນໃຈ ຈະສືບຕໍ່ປຶກສາຫາລືກັນຢ່າງແໜ້ນແຟ້ນກ່ຽວກັບບັນຫານີ້ ກໍຄືຄວາມສົນໃຈອື່ນໆລະຫວ່າງ ອາເມລິກາ ແລະ ອີຢູ. ສອງຝ່າຍກໍຢັ້ງຢືນຄືນໃໝ່ທັດສະນະຊັ່ງຊາຕໍ່ການເຈລະຈາກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ