ອີຢິບ ກະຕຸກຊຸກຍູ້ໃຫ້ຜັນຂະຫຍາຍກຳລັງຕິດຕາມການຢຸດຍິງຢູ່ເຂດ ກາຊາ ໂດຍໄວ
(VOVWORLD) - ທ່ານ Mohammed Abdulrahman Al Thani ນາຍົກລັດຖະມົນຕີ ກາຕາ ໃຫ້ຮູ້ວ່າ Doha ບໍ່ຖືສະພາບການໃນປະຈຸບັນຢູ່ເຂດດິນແດນນີ້ແມ່ນພວມມີຄຳສັ່ງຢຸດຍິງ.
(ສະພາບເຂດ ກາຊາ ວັນທີ 19 ພະຈິກ 2025)
(ພາບ: REUTERS/Dawoud Abu Alkas)
|
ວັນທີ 06 ທັນວາ, ທ່ານ Badr Abdelatty ລັດຖະມົນຕີການຕ່າງປະເທດ ອີຢິບ ໄດ້ກະຕຸກຊຸກຍູ້ບັນດາຝ່າຍຜັນຂະຫຍາຍກຳລັງຕິດຕາມການຢຸດຍິງສາກົນຢູ່ເຂດ ກາຊາ ໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ອິດສະລາມ ຮາມາດສ ໂດຍໄວ.
ໃນຖະແຫຼງການກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຊາ, ທ່ານ Mohammed Abdulrahman Al Thani ນາຍົກລັດຖະມົນຕີ ກາຕາ ໃຫ້ຮູ້ວ່າ Doha ບໍ່ຖືສະພາບການໃນປະຈຸບັນຢູ່ເຂດດິນແດນນີ້ແມ່ນພວມມີຄຳສັ່ງຢຸດຍິງ. ຕາມນັ້ນແລ້ວ, ທ່ານຈະຖືວ່າ ກາຊາ ມີຄຳສັ່ງຢຸດຍິງກໍ່ຕໍ່ເມື່ອ ອິດສະຣາແອັນ ຖອນທະຫານທັງໝົດອອກຈາກເຂດດິນແນນີ້ຂອງຊາວ ປາແລັດສະຕິນ.
ປະຈຸບັນ, ບັນດາປະເທດເປັນກາງໄກເກ່ຍ, ລວມມີ: ກາຊາ, ຕວັກກີ, ອີຢິບ ແລະ ອາເມລິກາ ພວມ “ສົມທົບກັນຊຸກຍູ້ແຜນການໃຫ້ແກ່ໄລຍະຕໍ່ໄປ” ຢູ່ເຂດ ກາຊາ.