ອີຣັກບຸກໂຈມຕີທາງອາກາດແນໃສ່ IS ຢູ່ຊີຣີ

(VOVWORLD) -ວັນທີ 06 ພຶດສະພາ, ກອງທັບອາກາດອີຣັກໄດ້ບຸກໂຈມຕີທາງອາກາດແນໃສ່ຖານທີ່ໝັ້ນແຫ່ງໜຶ່ງຂອງທະຫານກະບົດຂຶ້ນກັບອົງການ “ລັດອິດສະລາມ” (IS) ໂດຍອ້າງຊື່ເອງ ໃນເຂດແຂ້ວນຂອງຊີຣີ, ເຊິ່ງຢູ່ໃກ້ຊາຍແດນທີ່ຕິດກັບອີຣັກ.

ອີຣັກບຸກໂຈມຕີທາງອາກາດແນໃສ່ IS ຢູ່ຊີຣີ - ảnh 1ກອງທັບອາກາດອີຣັກໄດ້ບຸກໂຈມຕີທາງອາກາດແນໃສ່ຖານທີ່ໝັ້ນແຫ່ງໜຶ່ງຂອງທະຫານກະບົດຂຶ້ນກັບອົງການ “ລັດອິດສະລາມ”

(ພາບ: AFP/TTXVN)

ທ່ານນາຍົກລັດຖະມົນຕີອີຣັກ Haider Al Abadi ຢັ້ງຢືນວ່າ ອີຣັກຈະບໍ່ອະນຸຍາດໃຫ້ບັນດາພາກສ່ວນກໍ່ການຮ້າຍ IS ເຕົ້າໂຮມກັນຄືນໃໝ່ຢູ່ຊີຣີ ແລະ ເຂົາເຈົ້າກໍຈະບໍ່ສາມາດຊອກຫາບ່ອນເຄື່ອນໄຫວຢູ່ອີຣັກໄດ້. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີອີຣັກ Haider Al Abadi ຍັງຢັ້ງຢືນວ່າ ຈະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດບ້ານໃກ້ເຮືອນຄຽງຊີຣີແຕ່ຢ່າງໃດ.

ຕອບກັບ

ຂ່າວ/ບົດ​ອື່ນ