ອີີ​ຣານ ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ IAEA ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ

(VOVWORLD) - ກ່ອນໜ້ານັ້ນ, ຝ່າຍ ອີຣານ ໄດ້ປະກາດກັບ IAEA ວ່າ ຈະຢຸດຕິການລົງກວດກາບັນດາສະຖານທີ່ປອດນິວເຄຼຍ ຖ້າຫາກວ່າ ອາເມລິກາບໍ່ຍົກເລີກບັນດາຄຳສັ່ງລົງໂທດໂດຍທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump ທີ່ໄດ້ຈັດວາງຄືນໃໝ່ໃນປີ 2018.
ອີີ​ຣານ ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ IAEA ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ - ảnh 1ທ່ານ ປະທານາທິບໍດີ ອີຣານ Hassan Rouhani (ພາບ: TTXVN)

ວັນທີ 17 ກຸມພາ, ທ່ານ ປະທານາທິບໍດີ ອີຣານ Hassan Rouhani ໄດ້ປະກາດວ່າ ເຕເຮຣານພ້ອມແລ້ວທີ່ຈະເຈລະຈາກັບ ຜູ້ນຳໜ້າອົງການພະລັງງານປະລະມານູ ສາກົນ (IAEA), ກ່ອນເວລາກຳນົດໃນທ້າຍອາທິດນີ້, ໂດຍບັນດານັກນິຕິບັນຍັດຂອງປະເທດນີ້ ໄດ້ວາງອອກກ່ຽວກັບການຢຸດຕິບາງການເຄື່ອນໄຫວກວດການິວເຄຼຍ ຢູ່ອີຣານ. ທ່ານ Rouhani ຢັ້ງຢືນວ່າ ອີຣານ ຈະສົມທົບກັບ IAEA ກໍ່ຄືບໍ່ເນລະເທດບັນດານັກກວດກາຂອງ ອົງການນີ້ ພາຍຫຼັງບັນດາມາດຕະການໃໝ່ທີ່ຈະມີຜົນສັກສິດນັບແຕ່ວັນທີ 23 ກຸມພາເປັນຕົ້ນໄປ.

ກ່ອນໜ້ານັ້ນ, ຝ່າຍ ອີຣານ ໄດ້ປະກາດກັບ IAEA ວ່າ ຈະຢຸດຕິການລົງກວດກາບັນດາສະຖານທີ່ປອດນິວເຄຼຍ ຖ້າຫາກວ່າ ອາເມລິກາບໍ່ຍົກເລີກບັນດາຄຳສັ່ງລົງໂທດໂດຍທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump ທີ່ໄດ້ຈັດວາງຄືນໃໝ່ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ