ອີີ​ຣານ ​ເຫັນ​ດີ ຈັດ​ກອງ​ປະ​ຊຸມ​ດ້ານເຕັກ​ນິກ ກັບ IAEA

(VOVWORLD) -ຕາມແຫຼ່ງຂ່າວທາງການທູດ ຝລັ່ງ, ອີຣານ ໄດ້ສະແດງໃຫ້ເຫັນສັນຍານທີ່ຕັ້ງໜ້າຕໍ່ການເຊື່ອມຕໍ່ມາດຕະການແກ້ໄຂທາງການທູດ ສຳລັບບັນຫານິວເຄຼຍ ແລະ ຈັດບັນດາກອງປະຊຸມທີ່ບໍ່ເປັນທາງການ.
ອີີ​ຣານ ​ເຫັນ​ດີ ຈັດ​ກອງ​ປະ​ຊຸມ​ດ້ານເຕັກ​ນິກ ກັບ IAEA - ảnh 1ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູ ສາກົນ (IAEA) (ພາບ: TTXVN)

ວັນທີ 4 ມີນາ, ໃນການຖະແຫຼງຂ່າວ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູ ສາກົນ (IAEA) ໄດ້ປະກາດວ່າ ອີຣານ ເຫັນດີຈະເຂົ້າຮ່ວມຄວາມມານະພະຍາຍາມລວມ ທີ່ມີລັກສະນະລວມສຸມ ແລະ ມີລະບົບເພື່ອແນໃສ່ເຮັດໃຫ້ແຈ້ງບາງບັນຫາທີ່ເປັນໜ້າສົນໃຈ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Grossi ໄດ້ໃຫ້ຮູູ້ວ່າ: ຄາດວ່າ ວິວັດການນີ້ຈະເລີ່ມແຕ່ເດືອນເມສາ ປີ 2021 ດ້ວຍບັນດາກອງປະຊຸມດ້ານເຕັກນິກຢ ູ່ອີຣານ, ຖັດຈາກນັ້ນ ແມ່ນບັນດາກອງປະຊຸມດ້ານການເມືອງ ແລະ ເຕັກນິກຕ່າງໆ. ຈຸດປະສົງຂອງບັນດາກອງປະຊຸມແມ່ນເຮັດໃຫ້ບັນດາຄວາມສົງໄສ ເຊິ່ງ IAEA ຕັ້ງຂຶ້ນກ່ຽວກັບຄວາມອາດສາມາດທີ່ເຄີຍ ມີ ເຊື້ອເພີງນິວເຄຼຍ ຢູ່ສະຖານທີ່ຕ່າງໆທີ່ຍັງບໍ່ທັນໄດ້ຮັບການເປີດເຜີຍຫຼືບໍ່ນັ້ນ ໃຫ້ຈະແຈ້ງ.

ໃນຂະນະນັ້ນ, ຕາມແຫຼ່ງຂ່າວທາງການທູດ ຝລັ່ງ, ອີຣານ ໄດ້ສະແດງໃຫ້ເຫັນສັນຍານທີ່ຕັ້ງໜ້າຕໍ່ການເຊື່ອມຕໍ່ມາດຕະການແກ້ໄຂທາງການທູດ ສຳລັບບັນຫານິວເຄຼຍ ແລະ ຈັດບັນດາກອງປະຊຸມທີ່ບໍ່ເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ