ອີຣານ ເຫັນດີຈຸດເວລາດຳເນີນການເຈລະຈານິວເຄຼຍ

ອີຣານ ເຫັນດີຈຸດເວລາດຳເນີນການເຈລະຈານິວເຄຼຍ - ảnh 1
ຮາກຖານນິວເຄຼຍແຫ່ງໜຶ່ງຂອງ ອີຣານ
(ພາບປະກອບ)

(vovworld) - ວັນ​ທີ 4/1, ທ່ານ Jalili, ນັກ​ເຈລະຈາ​ນິວ​ເຄຼຍ​ອັນ​ດັບ​ໜຶ່ງ​ຂອງ ອີຣານ ​ໃຫ້​ຮູ້​ວ່າ: ​ເຕ​ເຮຣານ ​ໄດ້​ເຫັນ​ດີ​ເປັນ​​ເອກະພາບ​ຈັດ​ຕັ້ງ​ການ​ເຈລະຈາ​ກັບ​ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ​ເຢຍລະ​ມັນ) ກ່ຽວ​ກັບ​​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດນີ້​ໃນ​ເດືອນ 1 ນີ້, ​​ແຕ່​ວ່າ​ວັນເວລາ ແລະ ສະຖານ​ທີ່​ລະອຽດ​ຍັງ​ບໍ່ທັນ​ໄດ້​ຕັດສິນ​ເທື່ອ. ກຸ່ມ P5+1 ​ແລະ ອີຣານ ບໍ່​ບັນລຸ​ໄດ້​ບາດກ້າວ​ບຸກທະລຸ​​ໃດໆ ​ໃນ ການ​ເຈລະຈາ​ນິວ​ເຄຼຍ 3 ຄັ້ງນັບ​ແຕ່​ເດືອນ 4/2012. ຮອບ​ເຈລະຈາ​ຫຼ້າ​ສຸດ​ລະ​ຫວ່າງ ອີຣານ ​ແລະ 6 ປະ​ເທດ​ມະຫາ​ອຳນາດ​ໄດ້​ດຳ​ເນີນ​ໃນ​ເດືອນ 7 ທີ່​ຜ່ານ​ມາ​ຢູ່ ​ໂມ​ດສະ​ກູ ປະ​ເທດລັດ​ເຊຍ, ພາຍຫຼັງ​ບັນດາ​ການ​ເຈລະຈາ​ຂັ້ນ​ຕຳ່ສູງ​ກ່ວາ ທີ່​ມີ​ລັກສະນະ​​ວິຊາ​ການຢູ່ Istanbul ປະ​ເທດ ຕວກກີ.    




ຂ່າວ/ບົດ​ອື່ນ