ອີຣານກ່າວເຕືອນຝ່າຍຕາເວັນຕົກ ບໍ່ຖືກບັນຫານິວເຄຼຍເປັນບັນຫາການເມືອງ

ອີຣານກ່າວເຕືອນຝ່າຍຕາເວັນຕົກ ບໍ່ຖືກບັນຫານິວເຄຼຍເປັນບັນຫາການເມືອງ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Ramin Mehmanparast
( ພາບ: todanoticia.com )


(vovworld) - ​ວັນ​ທີ 17/12, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Ramin Mehmanparast ​ໄດ້​ອອກສຽງ​ຮຽກຮ້ອງ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ ບໍ່ຖື​ບັນຫາ​ນິວ​ເຄຼຍຂອງ ​ເຕ​ເຣຣານ ເປັນບັນຫາ​ການ​ເມືອງ​ເພື່ອ​ກໍ​ຄວາມ​​ດັນ​​ໃຫ້​ແກ່ປະ​ເທດ​ນີ້. ທ່ານ Mehmanparast ຊີ້​ແຈ້ງວ່າ, ບັນຫາ​ນິວ​ເຄຼຍ ຂອງ​ອີຣານ ຖືກ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ເສກ​ສັນ​ປັ້ງ​ແຕ່ງ ແລະ ບໍ​່ປະຕິບັດ​ຕາມ​ຫຼັກ​ການ ​ແລະ ກົດໝາຍ ​ເພາະ ​ເຕ​ເຣຣານ ​ໄດ້​ເຂົ້າ​ຮ່ວມ​ການ​ລົງ​ນາມ​​ໃນສັນຍາ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ (NPT) ​ສະ​ນັ້ນ ປະ​ເທດ​ນີ້​ມີ​ສິດ​ພັດທະນາ​ນິວເຄຼຍ ​ເພື່ອ​​ເປົ້າ​ໝາຍ​ສັນຕິພາບ. ທ່ານ Mehmanparast ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຕາ​ເວັນ​ຕົກ ຮັບຮູ້ຢ່າງສົມ​ເຫດ​ສົມ​ຜົນ ​ໃນ​ບັນດາ​ການ​ເຈລະຈາ​ນິວ​ເຄຼຍກັບປະ​ເທດ​ນີ້ ​ແລະ ຮັບ​ຮູ້​ສິດ​ພັດທະນາ​ນິວ​ເຄຼຍຂອງ​ເຕ​ເຣຣານ. ທ່ານ Mehmanparast ກໍ​​ເນັ້ນ​ໜັກ​ວ່າ ອີຣານ ​ໄດ້​ກຽມພ້ອມ​​ແກ້​ໄຂ​ຄວາມ​ວິຕົກ​ກັງວົນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ