ອີຣານຢືນຢັນຢາກ ປັບປຸງການພົວພັນສອງ ຝ່າຍກັບບັນດາປະເທດ ມະຫາອຳນາດຝ່າຍຕາເວັນຕົກ
ທ່ານປະທານາທິບໍດີອີຣານ Hassan Rouhani
(ພາບ: THX/TTXVN))
(vovworld)- ອີຣານຢືນຢັນຢາກປັບປຸງການພົວພັນສອງຝ່າຍກັບບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ. ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ຍົກຄຳປະກາດດັ່ງກ່າວໃນບົດຂຽນລົງພິມໃນໜັງສືພິມ Sueddeutsche Zeitung ຂອງເຢຍລະມັນ ສະບັບອອກວັນທີ 23/12. ການນຳອີຣານ ຊີ້ແຈ້ງວ່າ: ເຕເຮຣານ ຢາກສ້າງ ແລະ ປັບປຸງການພົວພັນກັບບັນດາປະເທດເອີລົບ ແລະ ອາເມລິກາເໜືອບົນພື້ນຖານເຄົາລົບນັບຖືຜົນປະໂຫຍດຂອງກັນ. ຕາມທ່ານແລ້ວ, ອີຣານ ພວມມານະພະຍາຍາມຫລີກເວັ້ນການສ້າງຄວາມເຄັ່ງຕຶງໃໝ່ຕື່ມອີກໃນການພົວພັນກັບອາເມລິກາ, ພ້ອມທັງແກ້ໄຂຄວາມເຄັ່ງຕຶງລະຫວ່າງສອງຝ່າຍ. ທ່ານເນັ້ນໜັກວ່າ: ປະຈຸບັນ, ຝ່າຍຕ່າງໆຕ້ອງສຸມໃສ່ປະຈຸບັນ ແລະ ມູ້ງໄປສູ່ອະນາຄົດ. ກ່ຽວຂ້ອງເຖິງໂຄງການນິວເຄຼຍກໍ່ຄວາມໂຕະຖຽງກັນຂອງອີຣານ, ທ່ານ Hassan Rouhani ຢືນຢັນວ່າ ອີຣານ ຈະບໍ່ປະລະສິດໄດ້ຊົມໃຊ້ບັນດາຜົນປະໂຫຍດຈາກພະລັງງານນິວເຄຼຍ, ພ້ອມກັນນັ້ນ, ເຕເຮຣານ ຈະມານະພະຍາຍາມເພື່ອລົບລ້າງທຸກການລະແວງສົງໃສກໍ່ຄືຕອບທຸກຄຳຖາມທີ່ເໝາະສົມກ່ຽວກັບໂຄງການນິວເຄຼຍຂອງອີຣານ./.