ອະນຸມັດຜ່ານໂຄງການພັດທະນາການຄ້າເອເລັກໂຕນິກແຫ່ງຊາດໄລຍະ2014-2020

ອະນຸມັດຜ່ານໂຄງການພັດທະນາການຄ້າເອເລັກໂຕນິກແຫ່ງຊາດໄລຍະ2014-2020 - ảnh 1
(ພາບປະກອບຈາກ venturebeat.com)

(vovworld) - ນາຍົກລັດຖະມົນຕີຫາກໍ່​ເຊັນ​ຂໍ້​ຕົກລົງ​ອະນຸມັດ​ຜ່ານ​ໂຄງການ​ພັດທະນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແຫ່ງ​ຊາດ ​ໄລຍະ 2014 – 2020. ຈຸດໝາຍ​ລະອຽດ​ຂອງ​ລາຍການ​ກ່ຽວ​ກັບ​​ໂຄງ​ລ່າງ​ການ​ຄ້າ​ເອ​ເລັກ​ໂຕນິກ​ແມ່ນ​ກໍ່ສ້າງ​ລະບົບ​ຊຳລະ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແຫ່ງ​ຊາດ​ເພື່ອ​ນຳ​​ໃຊ້​​ບັນດາ​ຮູບ​ແບບ​ການ​ຄ້າ​ເອ​ເລັກ​ໂຕ​ນິກຢ່າງ​ກ້ວາງ​ຂວາງ, ພິ​ເສດ​ແມ່ນ​ປະ​ເພດ​ການ​ຄ້າ​ເອ​ເລັກ​ໂຕ​ນິກວິ​ສາ​ຫະກິດ - ຜູ້​ອຸປະ​ໂພກ, ບໍລິ​ໂພ​ກ, ບັດ​ຊຳລະ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ກ້ວາງ​ຂວາງ​ເພື່ອ​ຫລຸດຜ່ອນ​ອັດຕາ​ນຳ​ໃຊ້​ເງິນສົດ. ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ນຳ​ໃຊ້​ການ​ຄ້າ​ເອ​ເລັກ​ໂຕ​ນິກ, ຈຸດໝາຍ​ວາງ​ອອກ​ແມ່ນ​ຊື້ - ຂາຍ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ກາຍ​ເປັນ​ຮູບ​ແບບ​ຊື້​ເຄື່ອງ​ຂອງ​ທົ່ວ​ໄປ​ຜູ້​ອຸປະ​ໂພກ, ບໍລິ​ໂພ​ກ, ສ່ວນວິ​ສາ​ຫະກິດ​ນຳ​ໃຊ້​ຮູບ​ແບບ​ການ​ຄ້າ​ເອ​ເລັກ​ໂຕ​ນິກຄື: ລະຫວ່າງ ວິ​ສາ​ຫະກິດນຳ​ກັນ, ວິ​ສາ​ຫະກິດ - ຜູ້​ອຸປະ​ໂພກ, ບໍລິ​ໂພ​ກ, ວິ​ສາ​ຫະກິດ - ລັດຖະບານ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ, ການ​ນຳ​ເຂົ້າ - ສົ່ງ​ອອກຢ່າງ​ກ້ວາງ​ຂວາງ.

 


ຂ່າວ/ບົດ​ອື່ນ