ອ​າ​ຊຽນ 2020: ມຽນ​ມາ ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ

(VOVWORLD) - ຫວຽດນາມ ໄດ້ນຳໜ້າໃນການປະສານບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ ດ້ວຍການຊຸກຍູ້ຮັບຮອງເອົາບັນດາຂໍ້ລິເລີ່ມຕົ້ນຕໍ. 
ອ​າ​ຊຽນ 2020: ມຽນ​ມາ ຕີ​ລາ​ຄາ​ສູງ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37  (ພາບ:TTXVN)

ທ່ານ Aung Myo Myint ເອກອັກຄະລັດຖະທູດ ມຽນມາ ປະຈຳ ອາຊຽນ ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍ, ພາຍໃຕ້ການນຳພາຂອງປະເທດປະທານ ອາຊຽນ ຫວຽດນາມ 2020, ອາຊຽນ ບັນລຸໄດ້ຄວາມສູງໃໝ່, ສະແດງໃຫ້ໂລກເຫັນໄດ້ຢ່າງຈະແຈ້ງກ່ຽວກັບຄວາມສາມັກຄີ ແລະ ກຳລັງຄວາມສາມາດໃນການຟື້ນຟູຂອງຕົນ ດ້ວຍຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

        ເມື່ອໃຫ້ການສຳພາດຕໍ່ນັກຂ່າວ ຫວຽດນາມ ປະຈຳ ຈາກາຕາ, ທ່ານເອກອັກຄະລັດຖະທູດ Aung Myo Myint ເນັ້ນໜັກວ່າ: ດ້ວຍບັນດາຄວາມມານະພະຍາຍາມຢ່າງສູງສຸດ, ໃນຖານະເປັນປະທານໝູນວຽນ ອາຊຽນ 2020, ຫວຽດນາມ ໄດ້ຊຸກຍູ້ ແລະ ຈັດຕັ້ງປະຕິບັດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງຢູ່ໃນທົ່ວໂລກອີກດ້ວຍ ເຊິ່ງເປັນຄັ້ງທຳອິດທີ່ກອງປະຊຸມສຸດຍອດ ບັນດາການນຳເພດຍິງຂອງ ອາຊຽນ ຖືກຈັດຕັ້ງຂຶ້ນ.

        ຫວຽດນາມ ໄດ້ນຳໜ້າໃນການປະສານບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ ດ້ວຍການຊຸກຍູ້ຮັບຮອງເອົາບັນດາຂໍ້ລິເລີ່ມຕົ້ນຕໍ. ທ່ານກໍເນັ້ນໜັກວ່າ ຈຸດພົ້ນເດັ່ນທີ່ສຸດໃນປີ ຫວຽດນາມ ຮັບດຳລົງບົດບາດເປັນປະທານ ອາຊຽນ ກໍແມ່ນຜົນງານສຳຄັນທີ່ສຸດ ເຊິ່ງ ອາຊຽນ ບັນລຸໄດ້ໃນປີນີ້, ນັ້ນແມ່ນບັນດາປະເທດ ສິ້ນສຸດການເຈລະຈາ ແລະ ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

ຕອບກັບ

ຂ່າວ/ບົດ​ອື່ນ