ອາ​ຊຽນ 2020: ຫັນ​ 3 ເປົ້າ​ໝາຍໃນ​ການ​ຮ່ວມ​ມື​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ປະ​ກົດ​ຜົ​ນ​ເປັນ​ຈິງ

(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (AEM - 52), ຕອນເຊົ້າວັນທີ 28 ສິງຫາ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືກັບບັນດາຄູ່ຮ່ວມມືນອກກຸ່ມ, ລວມມີ ຍີ່ປຸ່ນ. 
ອາ​ຊຽນ 2020: ຫັນ​ 3 ເປົ້າ​ໝາຍໃນ​ການ​ຮ່ວມ​ມື​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ປະ​ກົດ​ຜົ​ນ​ເປັນ​ຈິງ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເຈິ່ນຕວ໊ນແອັງ (ພາບ: baoquocte.vn) 

        ການປຶກສາຫາລືຄັ້ງທີ 26 ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເຈິ່ນຕວ໊ນແອັງ ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Kajiyama Hiroshi ເປັນປະທານຮ່ວມ. ບັນດາລັດຖະມົນຕີໄດ້ຮັບຮູ້ຄວາມຄືບໜ້າຂອງການຜັນຂະຫຍາຍແຜນການເຄື່ອນໄຫວກ່ຽວກັບການຟື້ນຟູເສດຖະກິດ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຮັບຮອງເອົາຈາກບັນດາລັດຖະມົນຕີໃນກອງປະຊຸມອອນລາຍພິເສດໃນວັນທີ 29 ກໍລະກົດ 2020 ຜ່ານມາ. ແຜນການລວມມີບັນດາການເຄື່ອນໄຫວລະອຽດ ເພື່ອແນໃສ່ຫັນ 3 ເປົ້າໝາຍຕົ້ນຕໍໃນວິວັດການຮ່ວມມືຕ້ານໂລກລະບາດໂຄວິດ - 19 ໃຫ້ປະກົດຜົນເປັນຈິງ. ລະອຽດແມ່ນ ຮັບປະກັນການພົວພັນເສດຖະກິດລະຫວ່າງ ອາຊຽນ - ຍີ່ປຸ່ນ; ຫຼຸດຜ່ອນບັນດາຜົນກະທົບຫຍໍ້ໍທໍ້ຈາກໂລກລະບາດໂຄວິດ - 19 ທີ່ມີຕໍ່ພື້ນຖານເສດຖະກິດ; ປັບປຸງຄວາມມີໄຫວພິບຂອງພື້ນຖານເສດຖະກິດໃນພາກພື້ນ.


 

ຕອບກັບ

ຂ່າວ/ບົດ​ອື່ນ