ອາ​ຊ​ຽນ Para Games 2022: ຫວຽດ​ນາມ ສືບ​ຕໍ​່​ທຳ​ລາຍສະ​ຖິ​​​ຕິ

(VOVWORLD) -ບັນດານັກກິລາລອຍນ້ຳ ຫວຽດນາມ ສືບຕໍ່ມີການແຂ່ງຂັນທີ່ດີ ແລະ ທຳລາຍສະຖິຕິ ເມື່ອຄວ້າໄດ້ຫຼຽນຄຳຕື່ມອີກ 4 ຫຼຽນມາໃຫ້ຄະນະນັກກິລາຄົນພິການ ຫວຽດນາມ.
ອາ​ຊ​ຽນ Para Games 2022: ຫວຽດ​ນາມ ສືບ​ຕໍ​່​ທຳ​ລາຍສະ​ຖິ​​​ຕິ - ảnh 1ນັກກິລາລອຍນ້ຳຫວໍຮວິ່ງແອງຄວາ ຖ່າຍຮູບພ້ອມດ້ວຍໝູ່ຮ່ວມຄະນະ ພາຍຫຼັງຄວ້າໄດ້ຫຼຽນຄຳ (ພາບ:TTXVN)

ຕອນເຊົ້າວັນທີ 4 ສິງຫາ ເຊິ່ງເປັນມື້ແຂ່ງຂັນຢ່າງເປັນທາງການທີ 5 ຂອງງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ Para Games) ຄັ້ງທີ 11 ຢູ່ນະຄອນ Surakarta ຂອງ ອິນໂດເນເຊຍ, ບັນດານັກກິລາລອຍນ້ຳ ຫວຽດນາມ ສືບຕໍ່ມີການແຂ່ງຂັນທີ່ດີ ແລະ ທຳລາຍສະຖິຕິ ເມື່ອຄວ້າໄດ້ຫຼຽນຄຳຕື່ມອີກ 4 ຫຼຽນມາໃຫ້ຄະນະນັກກິລາຄົນພິການ ຫວຽດນາມ.

        ເປັນອັນວ່າ, ໄລ່ຮອດຕອນບ່າຍວັນທີ 4 ສິງຫາ, ທິມນັກກິລາລອຍນ້ຳຄົນພິການ ຫວຽດນາມ ຍາດໄດ້ຫຼຽນຄຳທັງໝົດ 15 ຫຼຽນ, ລື່ນກາຍຄາດໝາຍທີ່ໄດ້ວາງອອກໃນງານມະຫາກຳກິລາຄັ້ງນີ້ (13 ຫຼຽນ).

        ອາຊຽນ Para Games ຄັ້ງທີ 11 ຖືກຈັດຂຶ້ນແຕ່ວັນທີ 30 ກໍລະກົດ ຫາວັນທີ 6 ສິງຫາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ