ອາ​ຊຽນ, ກາ​ນາ​ດາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕາ​ມ​ແຜນ​ການ​ດຳ​ເນີນ​ງານ​ໃໝ່

(VOVWORLD) -ສອງຝ່າຍເຫັນດີຮ່ວມມືໃນບັນດາຂົງເຂດການຄ້າ ແລະ ລົງທຶນຢ່າງເລິກເຊິ່ງກວ້າງຂວາງກວ່າອີກ; ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ການາດາ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ຕາມແຜນການດຳເນີນງານ ໄລຍະ 2021 – 2025. ທີ່ກອງປະຊຸມຄັ້ງທີ 9 ຂອງ ຄະນະກຳມະການຮ່ວມມືລວມ ລະຫວ່າງ ອາຊຽນ - ການາດາ (JCC) ທີ່ຫາກໍຈັດຕັ້ງຂຶ້ນຕາມຮູບການທາງອອນລາຍ, ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ບັນດາຄວາມມານະພະຍາຍາມຜັນຂະຫຍາຍແຜນການດຳເນີນງານ ທີ່ໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມລັດຖະມົນຕີ ອາຊຽນ - ການາດາ ເມື່ອເດືອນ ກັນຍາປີ 2020 ຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີຮ່ວມມືໃນບັນດາຂົງເຂດການຄ້າ ແລະ ລົງທຶນຢ່າງເລິກເຊິ່ງກວ້າງຂວາງກວ່າອີກ; ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSME); ສຸຂະພາບຂອງວົງຄະນະຍາດ; ເລີ່ມຕົ້ນທຸລະກິດ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ; ເສດຖະກິດເຕັກໂນໂລຢີດີຈີຕອນ; ການສຶກສາ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ; ແມ່ຍິງ, ສັນຕິພາບ - ຄວາມໝັ້ນຄົງ ແລະ ການເຊື່ອມຕໍ່.

        ກອງປະຊຸມກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື ມຸ່ງໄປເຖິງການຟື້ນຟູຫຼັງໄລຍະໂລກລະບາດໂຄວິດ - 19 ແລະ ຮັບປະກັນສິດສຳຜັດກັບວັກຊິນຢ່າງຍຸຕິທຳ, ເທົ່າທຽມກັນ ແລະ ທົ່ວໂລກ. ສອງຝ່າຍກໍຢັ້ງຢືນເຖິງຄວາມສຳຄັນຂອງການເພີ່ມທະວີການພົວພັນເສດຖະກິດ ແລະ ມີຄວາມປາດຖະໜາຊຸກຍູ້ການປຶກສາຫາລື ແລະ ສັນຍາການຄ້າເສລີ ອາຊຽນ - ການາດາ - ເຊິ່ງເປັນໜຶ່ງໃນບັນດາເປົ້າໝາຍເສດຖະກິດບຸລິມະສິດຂອງ ບຣູໄນ ໃນບົດບາດເປັນປະທານ ອາຊຽນ 2021.

ຕອບກັບ

ຂ່າວ/ບົດ​ອື່ນ