ອາ​ຊຽນ ຄວນ​ຮັກ​ສາ​ບົດ​ບາດ​ເປັນ​ໃຈ​ກາງ​ໃນ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ຢູ່ ພາກ​ພື້ນ

(VOVWORLD) - ວັນທີ 23 ມີນາ, ເມື່ອຕອບສຳພາດຕໍ່ສື່ມວນຊົນ ສ.ເກົາຫຼີ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖືວ່າ ອາຊຽນ ຄວນຮັກສາບົດບາດເປັນໃຈກາງໃນການພັດທະນາການຮ່ວມມືຢູ່ພາກພື້ນ ອາຊີ - ປາຊີຟິກ ຢູ່ໃນທຸກຂົງເຂດ. 
ອາ​ຊຽນ ຄວນ​ຮັກ​ສາ​ບົດ​ບາດ​ເປັນ​ໃຈ​ກາງ​ໃນ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ຢູ່ ພາກ​ພື້ນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ:Tass)

ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລ້ວ, ຢູ່ພາກພື້ນນີ້ ພວມດຳເນີນວິວັດການທີ່ໜ້າຈັບໃຈ ນັ້ນແມ່ນເລື່ອງມານະພະຍາຍາມສ້າງພາກພື້ນ ອາຊີ - ປາຊີຟິກ ເປັນຮູບປະທຳຄືນໃໝ່ ດ້ວຍຄຳໃໝ່ “ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ”. ບັນດາໂຄງສ້າງທີ່ໄດ້ຮັບການສ້າງຕັ້ງນັ້ນ ໄດ້ຖື ອາຊຽນ ເປັນໃຈກາງເປັນຕົ້ນແມ່ນ ກອງປະຊຸມສຸດຍອດ ອາຊີຕາເວັນອອກ, ເວທີປາໄສຄວາມໝັ້ນຄົງ ອາຊຽນ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບບັນດາຄູ່ຮ່ວມມື ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ, ອະນຸຍາດໃຫ້ດຳເນີນການເຈລະຈາບົນພື້ນຖານຄວາມສະເໝີພາບ ແລະ ບັນລຸໄດ້ບັນດາການປະນິປະນອມ ແລະຂໍ້ຕົກລົງ ເຊິ່ງບັນດາຝ່າຍສາມາດຍອມຮັບໄດ້.

ວັນເຖື່ອງ - ນັກຂ່າວ VOV ປະຈຳ ລັດເຊຍ. 

ຕອບກັບ

ຂ່າວ/ບົດ​ອື່ນ