ອາ​ຊຽນ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ຟື້ນ​ຟູ​ພາຍຫຼັງ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ​ໂຄວິດ - 19

(VOVWORLD) -15 ອົງການຂະແໜງການຂອງ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໄດ້ສະເໜີກ່ຽວກັບບັນດາຂົງເຂດບຸລິມະສິດຂອງຕົນ ແລະ ກຳນົດບັນດາການເຄື່ອນໄຫວທີ່ໄດ້ຂຶ້ນແຜນໃຫ້ແກ່ໄລຍະ 5 ປີ ຈະມາເຖິງ. 
ອາ​ຊຽນ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ຟື້ນ​ຟູ​ພາຍຫຼັງ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ​ໂຄວິດ - 19 - ảnh 1ປະຊາຊົນໃສ່ຜ້າອັດປາກເພື່ອຕ້ານໂລກລະບາດໂຄວິດ - 19 (ພາບ: THX/TTXVN)

ເພື່ອແນໃສ່ເພີ່ມທະວີການສົມທົບລະຫວ່າງຂະແໜງ ແລະ ບັນດາເສົາຄ້ຳຂອງ ອາຊຽນ, ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມມືໃນການຜັນຂະຫຍາຍຂອບເຂດຟື້ນຟູຮອບດ້ານ ອາຊຽນ, ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ (ASCC) ຫາກໍຈັດຕັ້ງກອງປະຊຸມຄູ່ຮ່ວມມືຄັ້ງທຳອິດ ດ້ວຍຫົວຂໍ້ “ມຸ່ງໄປເຖິງຄວາມສາມາດຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ຢູ່ ອາຊຽນ” ດ້ວຍຮູບແບບທາງອອນລາຍ. ທີ່ກອງປະຊຸມ, 15 ອົງການຂະແໜງການຂອງ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໄດ້ສະເໜີກ່ຽວກັບບັນດາຂົງເຂດບຸລິມະສິດຂອງຕົນ ແລະ ກຳນົດບັນດາການເຄື່ອນໄຫວທີ່ໄດ້ຂຶ້ນແຜນໃຫ້ແກ່ໄລຍະ 5 ປີ ຈະມາເຖິງ, ເພື່ອແນໃສ່ຊຸກຍູ້ຈິດສຳນຶກກ່ຽວກັບໂຄງການດຳເນີນງານຂອງພາກພື້ນ ກໍຄືຮັກສາບັນດາຄວາມມານະພະຍາຍາມສ້າງຕັ້ງປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດ. ບັນດາຜູ້ແທນກໍສະແດງຄວາມເຊື່ອໝັ້ນວ່າ ການສົນທະນາຄັ້ງນີ້ ຈະເປັນປະຖົມປັດໄຈເພື່ອດຳເນີນບັນດາການເຄື່ອນໄຫວລະອຽດ ລະຫວ່າງບັນດາອົງການ, ຂະແໜງການຂອງ ປະຊາຄົມ ວັດທະນທຳ - ສັງຄົມ ອາຊຽນ ແລະ ບັນດາຄູ່ຮ່ວມມື, ແມ່ນພື້ນຖານໃຫ້ແກ່ບັນດາຄວາມມານະພະຍາຍາມຂອງ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19, ບົນເນື້ອໃນຈິດໃຈ ສ້າງປະຊາຄົມມີຄວາມເອົາໃຈໃສ່, ກະກຽມ ແລະ ວັດທະນາຖາວອນໃນທຸກການເຄື່ອນໄຫວຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ