ອາ​ຊຽນ ຈັດ​ຕັ້ງ​ກອງ​ປະ​ຊຸມ​ພິ​ເສດ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ມຽນ​ມາ

(VOVWORLD) -   ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃຫ້ຮູ້ວ່າ ກຸ່ມນີ້ ຈະຈັດຕັ້ງກອງປະຊຸມພິເສດຂັ້ນລັດຖະມົນຕີການຕ່າງປະເທດ ກັບບັນດາປະເທດສະມາຊິກໃນອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ.
ອາ​ຊຽນ ຈັດ​ຕັ້ງ​ກອງ​ປະ​ຊຸມ​ພິ​ເສດ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ມຽນ​ມາ - ảnh 1ກຳລັງ ກອງທັບ ລາດຕະເວນ ຢູ່ Mandalay, Myanmar (ພາບ: TTXVN)
ນີ້ແມ່ນກອງປະຊຸມທຳອິດຂອງການນຳກະຊວງການຕ່າງປະເທດ 10 ປະເທດ ສະມາຊິກ ອາຊຽນ ນັບແຕ່ເມື່ອ ມຽນມາ ຕົກເຂົ້າສູ່ສະພາບຈົນຕາແຈດ້ານການເມືອງ ນັບແຕ່ຕົ້ນເດືອນກຸມພາມານີ້. ຕາມບັນດາແຫຼ່ງຂ່າວແລ້ວ, ບັນດາປະເທດສະມາຊິກຂອງ ອາຊຽນ ສ່ວນຫຼາຍ ຕ່າງກໍສະແດງຄວາມພ້ອມທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ໃນນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ Wunna Maung Lwin ກໍຈະເຂົ້າຮ່ວມ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ສະນັ້ນ, ກອງປະຊຸມດັ່ງກ່າວຈະຖືກຈັດຂຶ້ນຕາມຮູບການອອນລາຍ ແລະ ຈັດຢູ່ຫໍປະຊຸມ. ວາລະປະຊຸມດຳເນີນຢູ່ຫໍປະຊຸມຈະຖືກຈັດຂຶ້ນຢູ່ນະຄອນຫຼວງ ຈາກາກຕາ ເຊິ່ງເປັນສະຖານທີ່ຕັ້ງສຳນັກງານຂອງ ຄະນະເລຂາ ອາຊຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ