ອາຊຽນ - ຈີນ ຈັດກອງປະຊຸມປຶກສາຫາລືການຮ່ວມມືເສດຖະກິດ ຕາມຮູບການອອນລາຍ

(VOVWORLD) -ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ສືບຕໍ່ແມ່ນການໃຫ້ບຸລິມະສິດແຖວຫນ້າຂອງອາຊຽນ.
ອາຊຽນ - ຈີນ ຈັດກອງປະຊຸມປຶກສາຫາລືການຮ່ວມມືເສດຖະກິດ ຕາມຮູບການອອນລາຍ - ảnh 1ກອງປະຊຸມອອນລາຍລະຫວ່າງບັນດາລັດຖະມົນຕີເສດຖະກິດ ອາຊຽນ ກັບບັນດາຄູ່ຮ່ວມມືນອກກຸ່ມ ລວມມີຈີນ (ພາບ: tinnhanhchungkhoan.vn)

ຕອນບ່າຍວັນທີ 27 ສິງຫາ ໄດ້ດຳເນີນກອງປະຊຸມອອນລາຍລະຫວ່າງບັນດາລັດຖະມົນຕີເສດຖະກິດ ອາຊຽນ ກັບບັນດາຄູ່ຮ່ວມມືນອກກຸ່ມ ລວມມີຈີນ. ກອງປະຊຸມ ແມ່ນນອນໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 52 ແລະບັນດາກອງປະຊຸມກ່ຽວຂ້ອງ ຊື່ງຈັດຂຶ້ນແຕ່ວັນທີ 22 – 29 ສິງຫາຕາມຮູບການອອນລາຍ.

ທີ່ກອງປະຊຸມ ບັນດາລັດຖະມົນຕີເສດຖະກິດ ສອງຝ່າຍ ໄດ້ຮັບຮອງເອົາບັນດາບາດກ້າວຮ່ວມມືຕໍ່ໄປ ເພື່ອແກ້ໄຂ ແລະ ຜັນຂະຫຍາຍບັນດາບັນຫາຍັງຄົງຄ້າງໃນ “ໂຄງການຮ່ວມມື” ຢ່າງຮອບດ້ານ. ສອງຝ່າຍ ຮັບຮູ້ວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ສືບຕໍ່ແມ່ນການໃຫ້ບຸລິມະສິດແຖວຫນ້າຂອງອາຊຽນ ແລະເລື່ອງປຶກສາຫາລື ເຈລະຈາກ່ຽວກັບການຄ້າເສລີ ແລະການລົງທຶນເລິກກວ້າງກວ່າ ພຽງແຕ່ສາມາດປະຕິບັດໄດ້ພາຍຫລັງສັນຍາ RCEP ໄດ້ຮັບການລົງນາມ. ບັນດາທ່ານລັດຖະມົນຕີກໍ່ຢັ້ງຢືນເຖິງຄວາມສຳຄັນຂອງບັນດາຄວາມມານະພະຍາຍາມລວມລະຫວ່າງອາຊຽນ ແລະຈີນ ໃນການເພີ່ມທະວີການຮ່ວມມື ເພື່ອແນໃສ່ຊຸກຍູ້ການຄ້າ ແລະການລົງທຶນ ມຸ່ງໄປເຖິງການຟື້ນຟູເສດຖະກິດ ໄລຍະຫລັງໂລກລະບາດໂຄວິດ 19.

 

ຕອບກັບ

ຂ່າວ/ບົດ​ອື່ນ