ອາ​ຊຽນ - ຈີນ ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) -ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn, ຮຽກຮ້ອງຄວາມມານະພະຍາຍາມລວມ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ຈີນ ຂຶ້ນສູ່ລະດັບສູງໃໝ່.
ອາ​ຊຽນ - ຈີນ ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ (ພາບ: asean.org)

ວັນທີ 22 ກຸມພາ, ຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ, ໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດຈີນ ຈິນກາງ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຖືວ່າ ການພົວພັນລະຫວ່າງ ອາຊຽນ - ຈີນ ໄດ້ຍົກຂຶ້ນລະດັບຍຸດທະສາດ ແລະ ການຮ່ວມມືລະຫວ່າງສອງຝ່າຍກໍມີຄວາມເລິກເຊິ່ງກວ່າ ບົນພື້ນຖານຄວາມເຊື່ອໝັ້ນເຊິ່ງກັນແລະກັນ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ຈິນກາງ - ອາຊຽນ ຊີ້ແຈ້ງວ່າ ແມ່ນໜຶ່ງໃນບັນດາອົງການຮ່ວມມືພາກພື້ນ ທີ່ປະສົບຜົນສຳເລັດທີ່ສຸດ ແລະ ມີທີ່ຕັ້ງນັບມື້ນັບສຳຄັນໃນສະພາບການໂລກ, ພາກພື້ນພວມມີການປ່ຽນແປງຢ່າງເລິກເຊິ່ງ. ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຈິນກາງ ເນັ້ນໜັກວ່າ ຈີນ ຈະສືບຕໍ່ຖື ອາຊຽນ ເປັນບຸລິມະສິດໜຶ່ງໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ, ເດັດດ່ຽວສະໜັບສະໜູນຄວາມເປັນເອກະພາບຂອງ ອາຊຽນ ແລະ ສ້າງປະຊາຄົມ ອາຊຽນ, ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ