ອາຊຽນ ຊຸກຍູ້ສິດໃຫ້ ນັກທຸລະກິດຍິງ

ອາຊຽນ ຊຸກຍູ້ສິດໃຫ້ ນັກທຸລະກິດຍິງ - ảnh 1
ອາ​ຊຽນ ຊຸກຍູ້​ສິດ​ໃຫ້​ນັກທຸລະກິດ​ຍິງ
(ພາບ: USAID)


(vovworld) – ​ຖະ​ແຫຼງຂ່າວ​ສື່ມວນ​ຊົນ​ຂອງຄະນະ​ເລຂາ​ອາ​ຊຽນ ​ໃຫ້​ຮູ້​ວ່າ, ກຸ່ມ​​ເຮັດ​ວຽກ​ກ່ຽວ​ກັບ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ (SMEWG) ອາ​ຊຽນ ​ໄດ້ສົມທົບ​ກັບ​ພັນທະ​ມິດ​ດຳ​ເນີນ​ທຸລະ​ກິດ ອາ​ເມ​ລິ​ກາ - ອາຊຽນ ​ແລະ ​ເຄືອ​ຂ່າຍ​ນັກທຸລະກິດ​ຍິງ​ອາ​ຊຽນ (AWEN) ຫາ​ກໍ່​ຈັດ​ຕັ້ງ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ປັບປຸງ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ພັດທະນາ​ວິ​ສາ​ຫະກິດ. ການ​ເຈລະຈາ​ມີ​ຫົວ​ຂໍ້​ວ່າ “ການ​ເຈລະຈາ​ນະ​ໂຍບາຍ​ກ່ຽວກັບ​ການ​ມອບ​ສິດ​ໃຫ້​ນັກທຸລະກິດ​ຍິງ ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກີດ​ອາ​ຊຽນ”, ​ເຊິ່ງຈັດ​ຂຶ້ນ​ຢູ່​ບາງກອກ, ປະ​ເທດ​ໄທ. ບັນດາ​ຜູ​້​ແທນ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ, ສະພາບ​ຂາດຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ໄດ້​​ເປັນ​ການທ້າທາຍ​ອັນ​ໃຫຍ່​ຫຼວງ​ສຳລັບ​ເລື່ອງ​ເລີ່ມດຳ​ເນີນ​ອາຊີບ. ພັດທະນາ ​ແລະ ຫັນ​ເປັນ​ສາກົນ​ຂອງ​ບັນດາ​ນັກທຸລະກິດ​ຍິງ. ບັນດາ​ຜູ​້​ແທນ​ໄດ້​ແບ່ງປັນ​ຮູບ​ແບບ, ບົດຮຽນ ​ແລະ ປະສົບ​ການ​ໃນ​ການ​ສົ່ງ​ເສີມ, ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ໂດຍ​ແມ່ຍິງ​ແມ່ນ​ເຈົ້າຂອງ, ພ້​ອມທັງ​ຍົກ​ອອກ​ຄຳ​ຕັກ​ເຕືອນແນ​ໃສ່ນຳ​ບັນຫາ​ຍົກ​ສູງ​ຈິດ​ໃຈດຳ​ເນີນ​ທຸລະ​ກິດ ​ແລະ ພັດທະນາ​ວິ​ສາ​ຫະກິ​ດຂອງ​ແມ່ຍິງ ​ເຂົ້າ​ໃນ​ເນື້ອ​ໃນ​ພິຈາລະນາ​ຂອງ SMEWG ​ໃນການ​ສ້າງ​ວິ​ໄສ​ທັດ​ຍຸດ​ທະ​ສາດ ​ແລະ ​ແຜນການ​ເຄື່ອນ​ໄຫວ SME ອາ​ຊຽນ ​ໄລຍະ 2016 – 2025 ​ແລະ ວິວັດ​ການ​ປະຕິບັດ​ວິ​ໄສ​ທັດ​ດັ່ງກ່າວ​ໄລຍະ 2016 – 2020.

ຂ່າວ/ບົດ​ອື່ນ