ສະຫະພາບເອີລົບຈະຍົກເລິກບັນດາມາດຕະການລົງໂທດທີ່ມີຕໍ່ ມ້ຽນມາ
ພາບປະກອບ:internet
|
(vovworld) - ວັນທີ 25/4, ທ່ານເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ ໄດ້ຊົມເຊີຍຂໍ້ຕົກລົງຂອງສະຫະພາບເອີລົບ (ຫລື ອີຢູ) ຍົກເລິກບັນດາມາດຕະການລົງໂທດທີ່ມີຕໍ່ ມ້ຽນມາ. ໃນແຈ້ງການຫນັງສືພິມຂອງຄະນະເລຂາອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ ສຸຣິນ ພິດສຸວັນ ຊີ້ແຈງວ່າ ປະເທດສະມາຊິກອາຊຽນທັງໝົດ ລ້ວນແຕ່ຊົມເຊີຍຂໍ້ຕົກລົງນີ້ ແລະ ຖືວ່າ ນີ້ແມ່ນວຽກງານທີ່ຖືກຕ້ອງໃນຈຸດເວລາເໝາະສົມ. ກ່ອນຫນ້ານັ້ນ ອົດສະຕາລີ, ນອກແວ ແລະ ອາເມລິກາ ກໍຖະແຫລງວ່າ ຈະໂຍະຍານບາງຄຳສັ່ງລົງໂທດສຳຄັນທີ່ມີຕໍ່ ມ້ຽນມາ.