ອາ​ຊຽນ ຢັ້ງ​ຢືນຄືນ​ໃໝ່ ສະ​ໜັບ​ສະ​ໜູນ​ການ​ສ້າງ​ແຫຼມ​ເກົາຫຼີ ປອດ​ນິ​ວ​ເຄຼຍ

(VOVWORLD) -ໃນຖະແຫຼງການປະທານຂອງເວທີປາໄສພາກພື້ນ ອາຊຽນ (ARF) ປະຈຳປີ ໄດ້ປະກາດໃນວັນທີ 11 ສິງຫາ ໃນກອງປະຊຸມຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ບັນດາຜູ້ແທນ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ ພາຍຫຼັງເຫດຍິງລູກສອນໄຟນຳວິຖີ; ຮຽກຮ້ອງໃຫ້ ພຽງຢາງ ຄວບຄຸມການດຳເນີນເຫດຍິງທົດລອງລູກສອນໄຟ ແລະ ນິວເຄຼຍ ຕໍ່ໄປ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງຫຼີກລ້ຽງທຸກການກະທຳທີ່ກີດຂວາງການເຊື່ອມຕໍ່ການເຈລະຈາຄືນໃໝ່.
ອາ​ຊຽນ ຢັ້ງ​ຢືນຄືນ​ໃໝ່ ສະ​ໜັບ​ສະ​ໜູນ​ການ​ສ້າງ​ແຫຼມ​ເກົາຫຼີ ປອດ​ນິ​ວ​ເຄຼຍ - ảnh 1ການຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 30 ກັນຍາ 2021 (ພາບ: KCNA/TTXVN)

ບັນດາລັດຖະມົນຕີການຕ່າງປະເທດຂອງ ອາຊຽນ ແລະ ນັກການທູດແຖວໜ້າຈາກບັນດາປະເທດສະມາຊິກ ອາຊຽນ, ສ.ເກົາຫຼີ, ສປປ.ເກົາຫຼີ, ອາເມລິກາ, ຈີນ, ລັດເຊຍ ແລະ ຍີ່ປຸ່ນ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບການຊຸກຍູ້ການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ, ພ້ອມທັງສະແດງການສະໜັບສະໜູນມາດຕະການທາງການທູດເພື່ອບັນລຸໄດ້ເປົ້າໝາຍນີ້. ໃນຖະແຫຼງການປະທານຂອງເວທີປາໄສພາກພື້ນ ອາຊຽນ (ARF) ປະຈຳປີ ໄດ້ປະກາດໃນວັນທີ 11 ສິງຫາ ໃນກອງປະຊຸມຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ບັນດາຜູ້ແທນ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ ພາຍຫຼັງເຫດຍິງລູກສອນໄຟນຳວິຖີ; ຮຽກຮ້ອງໃຫ້ ພຽງຢາງ ຄວບຄຸມການດຳເນີນເຫດຍິງທົດລອງລູກສອນໄຟ ແລະ ນິວເຄຼຍ ຕໍ່ໄປ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງຫຼີກລ້ຽງທຸກການກະທຳທີ່ກີດຂວາງການເຊື່ອມຕໍ່ການເຈລະຈາຄືນໃໝ່. ຖະແຫຼງການດັ່ງກ່າວ ກໍໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຕໍ່ຄວາມມານະພະຍາຍາມສາກົນ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປອດນິວເຄຼຍຢ່າງສົມບູນ, ສາມາດກວດກາຢັ້ງຢືນໄດ້ ແລະ ບໍ່ສາມາດຕ່າວປີ້ນໄດ້ຢູ່ແຫຼມເກົາຫຼີ ໂດຍສັນຕິວິທີ.


ຕອບກັບ

ຂ່າວ/ບົດ​ອື່ນ