ອາ​ຊຽນ ຢັ້ງ​ຢືນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ​​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ​ໃນ​ແຫຼມ​ເກົາຫຼີ

(VOVWORLD) -ການນຳບັນດາປະເທດສະມາຊິກ ອາຊຽນ ຊົມເຊີຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ, ຂໍ້ລິເລີ່ມນະໂຍບາຍການຕ່າງປະເທດສະບັບເພີ່ມເຕີມຂອງອຳນາດການປົກຄອງ ເຊີອູນ ເພື່ອແນໃສ່ເພີ່ມທະວີການພົວພັນທາງການທູດ ແລະ ເສດຖະກິດ ກັບ ອາຊຽນ ແລະ ອິນເດຍ.
ອາ​ຊຽນ ຢັ້ງ​ຢືນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ​​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ​ໃນ​ແຫຼມ​ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in  ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ ຄັ້ງທີ 21 (ພາບ:TTXVN) 

ວັນທີ 23 ພະຈິກ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ບັນດາຖະແຫຼງການປະທານ ທີ່ໄດ້ຍົກອອກມາໃນກອງປະຊຸມສຸດຍອດຕ່າງໆໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຫວ່າງມໍ່ໆມານີ້, ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງສາກົນທີ່ມີຕໍ່ຄວາມມານະພະຍາຍາມຊຸກຍູ້ການສ້າງສັນຕິພາບ ຍາວນານໃນແຫຼມເກົາຫຼີ. ກະຊວງການຕ່າງປະເທດ ສ.ເກົາຫຼີ ຊີ້ແຈ້ງເຖິງ 3 ຖະແຫຼງການປະທານ ທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ, ກອງປະຊຸມສຸດຍອດ ອາຊຽນ + 3 (ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ) ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ, ເຊິ່ງຖືກດຳເນີນໃນວັນທີ 12 ຫາວັນທີ 14 ພະຈິກ ຜ່ານຮູບການທາງອອນລາຍ. ບັນດາຖະແຫຼງການດັ່ງກ່າວໄດ້ເນັ້ນໜັກເຖິງບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນວິວັດການສ້າງສັນຕິພາບຢູ່ແຫຼມເກົາຫຼີ, ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການເຈລະຈາແບບ “ຍືນຍົງ” ແລະ ຮຽກຮ້ອງໃຫ້ປະຕິບັດບັນດາຂໍ້ຕົກລົງສັນຕິພາບ ປີ 2018 ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ກໍຄືລະຫວ່າງ ອາເມລິກາ - ສປປ.ເກົາຫຼີ.

        ຖະແຫຼງການປະທານ ຂອງກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ ເນັ້ນໜັກວ່າ ການນຳບັນດາປະເທດສະມາຊິກ ອາຊຽນ ຊົມເຊີຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ, ຂໍ້ລິເລີ່ມນະໂຍບາຍການຕ່າງປະເທດສະບັບເພີ່ມເຕີມຂອງອຳນາດການປົກຄອງ ເຊີອູນ ເພື່ອແນໃສ່ເພີ່ມທະວີການພົວພັນທາງການທູດ ແລະ ເສດຖະກິດ ກັບ ອາຊຽນ ແລະ ອິນເດຍ.


ຕອບກັບ

ຂ່າວ/ບົດ​ອື່ນ