ອາ​ຊຽນ, ອີ​ຢູ ສົນ​ທະ​ນາກ່ຽວ​ກັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) -ໃນການສົນທະນາປຶກສາຫາລືຄັ້ງທີ 2 ຂອງບັນດານັກຊ່ຽວຊານກ່ຽວກັບວັກຊິນກັນພະຍາດໂຄວິດ - 19 ທີ່ຫາກໍດຳເນີນ, ອາຊຽນ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ປຶກສາຫາລືກ່ຽວກັບການປະກົດຕົວຂອງ ໄວຣັດ SARS – CoV – 2 ສາຍພັນໃໝ່, ການຂະຫຍາຍກຳລັງຄວາມສາມາດຜະລິດວັກຊິນ, ຄວາມອາດສາມາດ ແລະ ສິ່ງທ້າທາຍທີ່ກ່ຽວຂ້ອງ.
ອາ​ຊຽນ, ອີ​ຢູ ສົນ​ທະ​ນາກ່ຽວ​ກັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 - ảnh 1ທ່ານ Kung Phoak ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມວັດທະນະທຳ - ສັງຄົມ  (ພາບ: TTXVN)

ທ່ານ Kung Phoak ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ປະຊາຄົມວັດທະນະທຳ - ສັງຄົມ ໃຫ້ຮູ້ວ່າ ບັນດາລັດຖະມົນຕີກະຊວງສາທາລະນະສຸກ ອາຊຽນ ໄດ້ຮັບຮອງເອົາແຜນການຍຸດທະສາດ ແລະ ການເຄື່ອນໄຫວຂອງພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງ ແລະ ກຳລັງສະໜອງວັກຊິນດ້ວຍຕົນເອງ ໄລຍະ 2021 – 2025 ໃນວັນທີ 14 ພຶດສະພາ ຜ່ານມາ, ໃນນັ້ນ, ຊຸກຍູ້ການຮ່ວມມືໃນຂອບເຂດບັນດາຂໍ້ລິເລີ່ມຂອງພາກພື້ນໃຫ້ຫຼາຍກວ່າອີກ.

ທ່ານ Igor Driesmans ເອກອັກຄະລັດຖະທູດ ອີຢູ ປະຈຳ ອາຊຽນ ຢັ້ງຢືນວ່າ ອີຢູ ແລະ ບັນດາປະເທດ ສະມາຊິກ ແມ່ນນັກອຸປະຖຳແຖວໜ້າໃຫ້ແກ່ກົນໄກ COVAX, ດ້ວຍຄຳໝັ້ນສັນຍາອຸປະຖຳຈຳນວນເງິນຫຼາຍກວ່າ 2,47 ຕື້ ເອີໂຣ ໃຫ້ແກ່ຂໍ້ລິເລີ່ມຫຼາຍຝ່າຍນີ້. ອີຢູ ໄດ້ສົ່ງອອກ 50% ປະລິມານວັກຊິນຂອງຕົນ ເຊິ່ງເທົ່າກັບກວ່າ 205 ລ້ານໂດສ ໄປຍັງ 45 ປະເທດໃນທົ່ວໂລກ. ຄາດວ່າ, ອາຊຽນ ຈະໄດ້ຮັບວັກຊິນຫຼາຍກວ່າ 32 ລ້ານໂດສ ຜ່ານກົນໄກ COVAX ໃນທ້າຍປີ 2021 ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ