ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ

(VOVWORLD) -ເນື່ອງໃນໂອກາດກອງປະຊຸມຄັ້ງທີ 7 ເວທີປາໄສທົ່ວໂລກກ່ຽວກັບການຫຼຸດຜ່ອນໄພທຳມະຊາດ (GP2022) ເຊິ່ງດຳເນີນແຕ່ລະຫວ່າງວັນທີ 23 – 28 ພຶດສະພາ ຢູ່ເກາະ ບາລີ (ອິນໂດເນເຊຍ), ອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການຮັບມືກັບໄພທຳມະຊາດ, ດ້ວຍຄຳໝັ້ນສັນຍາລະອຽດຫຼາຍຢ່າງ.
ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ - ảnh 1ພາບນ້ຳຖ້ວມຢູ່ ໄທ (ພາບ: AFP/TTXVN)

 ບັນດາປະເທດ ອາຊຽນ ເຫັນດີເພີ່ມທະວີຄວາມສາມາດຮັບມື ແລະ ຟື້ນຟູພາຍຫຼັງວິກິດຜ່ານການປະຕິບັດຂໍ້ລິເລີ່ມຍຸດທະສາດກ່ຽວກັບການເພີ່ມທະວີກຳລັງແຮງສັງລວມ ອາຊຽນ ເພື່ອຮັບມືກັບໄພພິບັດ; ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາອົງການ, ຂະແໜງການກ່ຽວຂ້ອງທັງໝົດ ເພື່ອແນໃສ່ຕອບສະໜອບການປະຕິບັດ ຂອບຟື້ນຟູ ອາຊຽນ ຢ່າງຮອບດ້ານ (ACRF) ສືບຕໍ່ຮັບປະກັນການປະສານໂຄງການດຳເນີນງານກ່ຽວກັບການຄຸ້ມຄອງ ແລະ ຮັບມືກັບໄພທຳມະຊາດເຂົ້າໃນນະໂຍບາຍ ແລະ ຍຸດທະສາດພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທຸກຂັ້ນ. ໄປຄຽງຄູ່ກັນນັ້ນ, ອາຊຽນ ສົ່ງເສີມການປະກອບສ່ວນຂອງປະຊາຊົນ ແລະ ວິທີສຳຜັດທົ່ວສັງຄົມໃນການໜູນຊ່ວຍບັນດາຄວາມມານະພະຍາຍາມຟື້ນຟູພາຍຫຼັງໄພທຳມະຊາດ, ມຸ່ງໄປເຖິງການສ້າງກົນໄກໃຫ້ແກ່ປະຊາຊົນ ອາຊຽນ ປະກອບສ່ວນໜູນຊ່ວຍການຫຼຸດຜ່ອນໄພທຳມະຊາດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ