ອາ​ຊຽນ ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ການ​ຊຳ​ລະ​ພາຍ​ໃນ​ກຸ່ມ ແລະ ແລກ​ປ່ຽນ​ເງິນ​ຕາ​ພາຍ​ໃນ

(VOVWORLD) - ຫວ່າງແລ້ວນີ້, ການນຳບັນດາປະເທດສະມາຊິກ ອາຊຽນ ໄດ້ປະກາດຊຸກຍູ້ການເຊື່ອມຕໍ່ການຊຳລະໃນພາກພື້ນ ແລະ ຊຸກຍູ້ການຊຳລະພາຍໃນ.

   ຕາມການຄົ້ນຄ້ວາຈຳນວນໜຶ່ງແລ້ວ, ຄາດວ່າ, ຕະຫຼາດຊຳລະດີຈີຕອນພວມຂະຫຍາຍຂອງ ອາຊຽນ ຈະບັນລຸ 2000 ຕື້ USD ຄິດໄລ່ຕາມມູນຄ່າການແລກປ່ຽນໃນປີ 2030.

   ປະຈຸບັນ, ບັນດາປະເທດ ອາຊຽນ ພວມມີບັນດາບາດກ້າວພັດທະນາດີພໍສົມຄວນໃນການເຊື່ອມຕໍ່ການຊຳລະໃນພາກພື້ນ ແລະ ຊຸກຍູ້ການນຳໃຊ້ສະກຸນເງິນພາຍໃນ. ບັນດາປະເທດຄື Brunei, Indonesia, Malaysia, Myanmar, Philippines, Singapore, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ ໄດ້ປະຕິບັດບັນດາຂອບເຂດການຊຳລະເງິນພາຍໃນສອງຝ່າຍ ອີງຕາມຂໍ້ແນະນຳ ອາຊຽນ. ທະນາຄານແຫ່ງລັດ ຫວຽດນາມ ແລະ ທະນາຄານ ໄທ ໄດ້ພ້ອມກັນສະເໜີການບໍລິການຊຳລະ QR ໃຫ້ແກ່ບັນດາການແລກປ່ຽນຂ້າມຊາຍແດນ. ນອກຈາກນັ້ນແລ້ວ, ທະນາຄານ Indonesia ແລະ ອົງການເງິນຕາ Singapore ກໍ່ຮ່ວມມືກັນຊຳລະ QR ຂ້າມຊາຍແດນ ເພື່ອເພີ່ມທະວີການເຊື່ອມຕໍ່ການຊຳລະໃນທົ່ວ ອາຊຽນ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ