ອາ​ຊຽນ ເພີ່ມ​ທ​ະ​ວີບົດ​ບາດ​ຂ​ອງ​ເພດຍ​ິງ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ປະ​ທະ​ກັນ

(VOVWORLD) -ດ້ວຍມູນຄ່າທັງໝົດ 8,5 ລ້ານ CAD (ປະມານ 6,36 ລ້ານ USD   ໂດຍອົງການຄົ້ນຄວ້າບັນດາບັນຫາທົ່ວໂລກ ການາດາ ອຸປະຖຳ, ໂຄງການ “ມອບສິດໃຫ້ແກ່ແມ່ຍິງເພື່ອສັນຕິພາບແບບຍືນຍົງ: ສະກັດກັ້ນການໃຊ້ຄວາມຮຸນແຮງ ແລະ ຊຸກຍູ້ການຮ່ວມສຳພັນກັບໃນສັງຄົມໃນ ອາຊຽນ” ມີຈຸດປະສົງໜູນຊ່ວຍ ອາຊຽນ ແລະ ວິວັດການປະຕິບັດແຜນການດຳເນີນງານ ອາຊຽນ - ການາດາ ໄລຍະ 2021 – 2025. 
ອາ​ຊຽນ ເພີ່ມ​ທ​ະ​ວີບົດ​ບາດ​ຂ​ອງ​ເພດຍ​ິງ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ປະ​ທະ​ກັນ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີເລີ່ມດໍາເນີນໂຄງການ (ພາບ:ASEAN News)

ອາຊຽນ, ການາດາ ແລະ ອົງການ ສະເໝີພາບ ລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ຂອງ ສປຊ (UN Women) ຫາກໍເລີ່ມດຳເນີນໂຄງການທີ່ແກ່ຍາວເປັນເວລາ  5 ປີ ເພື່ອແນ່ໃສ່ເປີດກວ້າງ ແລະ ເພີ່ມທະວີບົດບາດນຳພາ ກໍຄືການເຂົ້າຮ່ວມຂອງແມ່ຍິງໃນວຽກງານປ້ອງກັນ, ຕ້ານ, ແກ້ໄຂ ແລະ ຟື້ນຟູ ພາຍຫຼັງການປະທະກັນ. ດ້ວຍມູນຄ່າທັງໝົດ 8,5 ລ້ານ CAD (ປະມານ 6,36 ລ້ານ USD   ໂດຍອົງການຄົ້ນຄວ້າບັນດາບັນຫາທົ່ວໂລກ ການາດາ ອຸປະຖຳ, ໂຄງການ “ມອບສິດໃຫ້ແກ່ແມ່ຍິງເພື່ອສັນຕິພາບແບບຍືນຍົງ: ສະກັດກັ້ນການໃຊ້ຄວາມຮຸນແຮງ ແລະ ຊຸກຍູ້ການຮ່ວມສຳພັນກັບໃນສັງຄົມໃນ ອາຊຽນ” ມີຈຸດປະສົງໜູນຊ່ວຍ ອາຊຽນ ແລະ ວິວັດການປະຕິບັດແຜນການດຳເນີນງານ ອາຊຽນ - ການາດາ ໄລຍະ 2021 – 2025 ດ້ວຍການໜູນຊ່ວຍຂອງ UN Women. ໂຄງການດັ່ງກ່າວກໍສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ແລະ ການາດາ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຕອບສະໜອງຄຳຮຽກຮ້ອງກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ ເພື່ອນຳພາ ແລະ ເຂົ້າຮ່ວມການສ້າງສັນຕິພາບ ແລະ ພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ