ອາ​ຊຽນ ເລີ່ມ​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ RCEP

(VOVWORLD) -ຄະນະເລຂາ ອາຊຽນ ໄດ້ສົມທົບກັບ ສະພາດຳເນີນທຸລະກິດ ອາຊີຕາເວັນອອກ (EABC) ຫາກໍຈັດກອງປະຊຸມສຳມະນາແບບທາງໄກ ດ້ວຍຫົວຂໍ້ “ຂຸດຄົ້ນກາລະໂອກາດແລກປ່ຽນການຄ້າຈາກສັນຍາ RCEP”. 
ອາ​ຊຽນ ເລີ່ມ​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ RCEP - ảnh 1ກອງປະຊຸມສຳມະນາແບບທາງໄກ ດ້ວຍຫົວຂໍ້ “ຂຸດຄົ້ນກາລະໂອກາດແລກປ່ຽນການຄ້າຈາກສັນຍາ RCEP” (ພາບ: asean.org)

ນີ້ແມ່ນວາລະທໍາອິດຂອງງບັນດກອງປະຊຸມສຳມະນາແບບທາງໄກ ກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງຖືກດຳເນີນໃນຕະຫຼອດປີ ເພື່ອແນໃສ່ແນະນຳເຖິງປະຊາຄົມວິສາຫະກິດບັນດາກາລະໂອກາດດຳເນີນທຸລະກິດຈາກຂໍ້ຕົກລົງສະບັບດັ່ງກ່າວ.

ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຄ້າຂາຍສິນຄ້າ ແລະ ບາງບັນຫາສຳຄັນ ເປັນຕົ້ນແມ່ນ ຂັ້ນຕອນໃຫ້ຄຳໝັ້ນສັນຍາຫຼຸດຜ່ອນພາສີອາກອນ, ນະໂຍບາຍບຸລິມະສິດກ່ຽວກັບພາສີອາກອນ, ບັນດາມາດຕະການຍົກເວັ້ນພາສີ ໃນການຄ້າຂາຍສິນຄ້າ ແລະ ບັນດາມາດຕະການປົກປ້ອງການຄ້າ ຕາມສັນຍາ RCEP.

ບັນດາຜູ້ແທນເຂົ້າຮ່ວມກໍສະເໜີ ຄະນະເລຂາ ອາຊຽນ ຈົ່ງສົມທົບກັບບັນດາສະພາວິສາຫະກິດແຫ່ງຊາດ ແລະ ພາກພື້ນ ເພື່ອຈັດຕັ້ງບັນດາເຫດການ ແນໃສ່ຍົກສູງຄວາມຮັບຮູ້ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍກ່ຽວກັບຜົນປະໂຫຍດ ເຊິ່ງສັນຍາ RCEP ນຳມາໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ