ອາ​ຊຽນ ແລະ ຄູ່​ຮ່ວມ​ມື​ຊຸກ​ຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເປັນ ລະ​ບຽບ​ຮຽບ​ຮ້ອຍ​ໃນ​ພາກ​ພື້ນ​ອີງ​ຕາມ​ກົດ​ໝາຍ

(VOVWORLD) -ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການຮ່ວມມື ແລະ ເຈລະຈາ, ຮັບປະກັນຄວາມໝັ້ນຄົງໃນພາກພື້ນ, ສ້າງຄວາມເປັນລະບຽບຮຽບຮ້ອຍອີງຕາມກົດໝາຍ ແມ່ນຄຳເຫັນຂອງຜູ້ແທນຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມນະໂຍບາຍຄວາມໝັ້ນຄົງ ເວທີປາໄສໃນພາກພື້ນ ອາຊຽນ (ASPC) ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 8 ກໍລະກົດ, ຕາມຮູບການທາງອອນລາຍ.
ອາ​ຊຽນ ແລະ ຄູ່​ຮ່ວມ​ມື​ຊຸກ​ຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເປັນ ລະ​ບຽບ​ຮຽບ​ຮ້ອຍ​ໃນ​ພາກ​ພື້ນ​ອີງ​ຕາມ​ກົດ​ໝາຍ - ảnh 1ທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+) (ພາບ: baomoi.com) 

ກອງປະຊຸມໂດຍທ່ານພົນໂທ ຫງວຽນຈີວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+) ຂອງຫວຽດນາມເປັນເຈົ້າພາບຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງ 26 ຄະນະຜູ້ແທນບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມື.

        ກ່າວຄຳເຫັນ ໄຂກອງປະຊຸມ, ທ່ານພົນໂທຫງວຽນຈີວິງໄດ້ຢັ້ງຢືນວ່າ ໂລກລະບາດ Covid – 19 ບໍ່ພຽງແຕ່ແມ່ນບັນຫາທາງດ້ານສາທາລະນະສຸກ, ສັງຄົມ, ເສດຖະກິດເທົ່ານັ້ນ ຫາກຍັງແມ່ນ ບັນຫາກ່ຽວຂ້ອງເຖິງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດອີດດ້ວຍ. ຕໍ່ໜ້າບັນດາສິ່ງທ້າທາຍນີ້, ທ່ານພົນໂທຫງວຽນຈີວິ້ງ ໄດ້ຢັ້ງຢືນວ່າຄວນມີການຮ່ວມມືຢ່າງກ້ວາງຂວາງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສະແດງເຈດຕະນາດີເພື່ອແກ້ໄຂທຸກໆບັນຫາດ້ານຄວາມໝັ້ນຄົງໃນພາກພື້ນບົນພື້ນຖານກົດໝາຍສາກົນໂດຍສັນຕິວິທີ.

ເຂົ້າຮ່ວມກອງປະຊຸມ, ທ່ານ Nishida yasunori ຮອງລັດຖະມົນຕີກະຊວງການປ້ອງກັນປະເທດຮັບຜິດຊອບການພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຍີ່ປຸ່ນໄດ້ເນັ້ນໜັກວ່າ ຍີ່ປຸ່ນສະໜັບສະໜູນຫຼັກໝັ້ນຂອງບັນດາປະເທດອາຊຽນ, ພິເສດແມ່ນຖະແຫຼງການຮ່ວມຂອງບັນດາການນຳທີ່ກອງປະຊຸມສຸດຍອດອາຊຽນ36 ໃນທ້າຍເດືອນມິຖຸນາທີ່ຜ່ານມາ.

ສ່ວນ ຜູ້ຕາງໜ້າສະຫະພາບເອີລົບກໍ່ຖືວ່າ: ບັນດາການກະທຳແບບພຽງລຳຟັງຝ່າຍດຽວຢູ່ພາກພື້ນຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງ, ນາບຂູ່ຕໍ່ຄວາມໝັ້ນຄົງ, ຄວາມປອດໄພ ແລະ ສັນຕິພາບຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ