ອາ​ຊຽນ ໜູນ​ຊ່ວຍ ມຽນ​ມາ ຊອ​ກ​ຫາ​ວິ​ທີ​ການ​ແກ້​ໄຂ​ບັນ​ຫາ​ສັນ​ຕິ​ພາບ

(VOVWORLD) -ທ່ານປະທານ AMM ແລະ ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ສະແດງຄວາມຊົມເຊີຍບັນດາຄຳໝັ້ນສັນຍາໃໝ່ຂອງ ມຽນມາ ໃນການຮັກສາບັນດາຊ່ອງຕິດຕໍ່ພົວພັນເປີດ ແລະ ມີປະສິດທິຜົນ.
ອາ​ຊຽນ ໜູນ​ຊ່ວຍ ມຽນ​ມາ ຊອ​ກ​ຫາ​ວິ​ທີ​ການ​ແກ້​ໄຂ​ບັນ​ຫາ​ສັນ​ຕິ​ພາບ - ảnh 1ນາຍພົນອາວຸໂສ Min Aung Hlaing (ພາບ: TTXVN)

ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ວັນທີ 6 ມິຖຸນາ, ຄະນະເລຂາ ອາຊຽນ ໄດ້ແຈ້ງໝາກຜົນການຢ້ຽມຢາມ ແລະ ເຮັດວຽກໃນລະຫວ່າງວັນທີ 4 ຫາວັນທີ 5 ມິຖຸນາ ຢູ່ ມຽນມາ ຂອງປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM), ລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣູໄນ Darussalam Dato Erywan Pehin Yusof ແລະ ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi.

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານ AMM ແລະ ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ພົບປະກັບທ່ານປະທານສະພາບໍລິຫານງານແຫ່ງລັດ ມຽນມາ, ນາຍພົນອາວຸໂສ Min Aung Hlaing ກໍຄືບັນດາເຈົ້າໜ້າທີ່ໂດຍອຳນາດການປົກຄອງການທະຫານ ບົ່ງຕົວ ລວມມີ ທ່ານລັດຖະມົນຕີການຕ່າງປະເທດ Wunna Maung Lwin, ທ່ານ ລັດຖະມົນຕີກະຊວງສະຫວັດດີການສັງຄົມ, ການກູ້ໄພ ແລະ ຕັ້ງຖິ່ນຖານຄືນໃໝ່ Thet Thet Khine ແລະ ທ່ານປະທານຄະນະກຳມະການເລືອກຕັ້ງສຳພັນທະມິດ Thein Soe. ນອກຈາກນັ້ນ, ທ່ານປະທານ AMM ແລະ ທ່ານເລຂາທິການໃຫຍ່ ອາຊຽນ ຍັງມີການພົບປະກັບຫົວໜ້າຄະນະຜູ້ຕາງໜ້າ ອາຊຽນ ປະຈຳ ມຽນມາ ອີກດ້ວຍ.

ທ່ານປະທານ AMM ແລະ ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ສະແດງຄວາມຊົມເຊີຍບັນດາຄຳໝັ້ນສັນຍາໃໝ່ຂອງ ມຽນມາ ໃນການຮັກສາບັນດາຊ່ອງຕິດຕໍ່ພົວພັນເປີດ ແລະ ມີປະສິດທິຜົນ. ທ່ານປະທານ AMM ກໍໄດ້ສົ່ງບັນຊີລາຍຊື່ຜູ້ອອກສະໝັກຮັບດຳລົງຕຳແໜ່ງທູດພິເສດ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ ໂດຍບັນດາປະເທດສະມາຊິກ ອາຊຽນ ສະເໜີ ໃຫ້ຝ່າຍ ມຽນມາ, ພ້ອມທັງຮຽກຮ້ອງໃຫ້ສົ່ງຄວາມເສລີໃຫ້ແກ່ບັນດານັກການເມືອງທີ່ຖືກຈຳຄຸກ, ໃນນັ້ນ ມີແມ່ຍິງ, ເດັກນ້ອຍ ແລະ ຊາວຕ່າງປະເທດ. ທ່ານເລຂາທິການໃຫຍ່ ອາຊຽນ ກໍໄດ້ເຕື້ອງເຖິງຄວາມສາມາດໃຫ້ການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ມຽນມາ. 

ຕອບກັບ

ຂ່າວ/ບົດ​ອື່ນ