ອາຊຽນ ໜູນຊ່ວຍມຽນມາ ກະກຽມຮັບບົດບາດເປັນປະທານ ອາຊຽນ ໃນປີ 2014

ອາຊຽນ ໜູນຊ່ວຍມຽນມາ ກະກຽມຮັບບົດບາດເປັນປະທານ ອາຊຽນ ໃນປີ 2014 - ảnh 1

(ພາບປະກອບ: vietnamplus.vn)

(vovworld)- ວັນ​ທີ 28/3, ຢູ່​ນະຄອນ Nay oi Taw ຂອງມຽນມາ, ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ນຳພາ​​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ປີ 2014 ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ, ຄະນະ​ເລຂາ​ອາ​ຊຽນ ​ແລະ ​ໂຄງການ​ບຳລຸງ​ສ້າງ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ​ອາ​ຊຽນ-ອາ​ເມ​ລິ​ກາ ​ໂດຍ​ລັດຖະບານ​ອາ​ເມ​ລິ​ກາ ອຸປະຖຳ ​ເພື່ອ​ແນ​ໃສ່​ຊ່ວຍ​ມຽນມາ ​ໃນ​ວຽກ​ງານ​ກະກຽມ​ຮັບ​ບົດບາດ​ເປັນ​ປະ​ທານໝູນວຽນອາ​ຊຽນ ​ໃນ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມຽນມາ Kyaw U Thant ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ໄດ້​ຮັບ​ການ​ແບ່ງປັນ​ບົດຮຽນ​ຈາກ​ບັນດາ​ປະທານ​ອາ​ຊຽນ ອາຍຸ​ການ​ຜ່ານ​ມາ ​ແລະ ຄະນະ​ເລຂາ​ອຊຽນ, ພ້ອມ​ທັງ​ເນັ້ນຫນັກວ່າ ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ຊ່ວຍ​ມຽນມາ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ກຳລັງ​ໜູນ​ທີ່​ໄດ້​ສ້າງຂຶ້ນ​ກ່ອນ​ນີ້​​ໃຫ້​ແກ່​ການ​ພັດທະນາ ​ແລະ ​ເຊື່ອມ​ຈອດ​ຂອງ​ອາ​ຊຽນ ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ຂອງ​ອາ​ຊຽນ ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ