ອາຊຽນ​ຢັ້ງ​ຢືນ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ ອີງ​ໃສ່​ກົ​ດ​ໝາຍ​ສາ​ກົນ

(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 54 (AMM-54) ໄດ້ດຳເນີນຫວ່າງມໍ່ໆມານີ້ ຕາມຮູບການທາງໄກ ໄດ້ແຈ້ງຖະແຫຼງການຮ່ວມ, ໃນນັ້ນໄດ້ເຕື້ອງເຖິງສະພາບການຢູ່ທະເລຕາເວັນອອກ. 
ອາຊຽນ​ຢັ້ງ​ຢືນ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ ອີງ​ໃສ່​ກົ​ດ​ໝາຍ​ສາ​ກົນ - ảnh 1ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 54 ຕາມຮູບການທາງໄກ (ພາບ: TTXVN)

ໃນຖະແຫຼງການຮ່ວມ, ລັດຖະມົນຕີ ບາງທ່ານໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການດັດສ້າງດິນ, ບັນດາການເຄື່ອນໄຫວ ແລະ ເຫດທີ່ຮ້າຍແຮງໃນພາກພື້ນ, ລວມມີ ການກໍ່ຜົນເສຍຫາຍຕໍ່ສິ່ງແວດລ້ອມທາງທະເລ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຫຼຸດລົງ, ເພີ່ມຄວາມເຄັ່ງຕຶງ, ແລະ ອາດຈະທຳລາຍສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.

ກອງປະຊຸມໄດ້ຢັ້ງຢືນຄືນຄວາມຈຳເປັນໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນແລະກັນ, ຄວາມອົດກັ້ນດ້ວຍຕົນເອງເມື່ອປະຕິບັດບັນດາການເຄື່ອນໄຫວ ອາດຈະເຮັດໃຫ້ການຂັດແຍ້ງກັນ ສັບສົນຂຶ້ນຫຼື ປິນຂັ້ນໄດ ແລະ ກໍ່ຜົນສະທ້ອນຕໍ່ສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງຫຼີກລ້ຽງບັນດາການກະທຳອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ກອງປະຊຸມສືບຕໍ່ຢັ້ງຢືນ ຄວາມຕ້ອງການຊອກຫາການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ ໂດຍໄດ້ຮັບຮັບຮອງເອົາໃນວົງກ້ວາງ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ