ອາບການິດສະຖານຫລຸດຜ່ອນເງື່ອນໄຂເຊັນສັນຍາປ້ອງກັນຄວາມສະຫງົບກັບອາເມລິກາ

ອາບການິດສະຖານຫລຸດຜ່ອນເງື່ອນໄຂເຊັນສັນຍາປ້ອງກັນຄວາມສະຫງົບກັບອາເມລິກາ - ảnh 1
ທ່ານ​ປະທານາທິບໍດີ Hamid Karzai
(ພາບ: AFP/TTXVN)

(vovworld) –  ທ່ານ​ປະທານາທິບໍດີ Hamid Karzai ​ເວົ້າ​ວ່າ: ທ່ານ​ພ້ອມ​ແລ້ວ​ທີ່​ຈະ​ເຊັນ​ສັນ​ຍາ​ປ້ອງ​ກັນ​ຄວາມ​ສະຫງົບ 2 ຝ່າຍ (BSA) ກັບ ອາ​ເມ​ລິ​ກາ ຖ້າ​ຫາກ ອາ​ເມ​ລິ​ກາ ຕອບ​ສະໜອງ 2 ​ໃນ​ຈຳນວນ​ບັນດາ​ເງື່ອນ​ໄຂ​​ເຊິ່ງທ່ານ​ຍົກ​ອອກ​ມາ​ແມ່ນ​ຢຸດຕິ​ບັນດາ​ການ​ບຸກ​ໂຈມ​ຕີ​ເຂົ້າ​ເຮືອນ​ຊານ​ຂອງ​ສາມັນ​ຊົນ ອາບ​ກາ​ນິດ​ສະຖານ ​ແລະ ໜູນ​ຊ່ວຍ​​ບັນດາ​ການ​ເຈລະຈາ​ສັນຕິພາບ​ກັບ​ກຳລັງ ຕາ​ລີ​ບານ​ຄືນ​ໃໝ່. ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ພົບ​ປະ​ເມື່ອ​ວັນ​ທີ 25/11 ກັບ​ຜູ້​ທີ່​ປຶກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ຂອງ​ທຳນຽບຂາວ, ທ່ານ​ນາງ Susan Rice, ທ່ານ​ປະທານາທິບໍດີ Hamid Karzai  ​ໄດ້​ຮັບ​ຄ​ຳໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍຮັບປະກັນ​​ໃຫ້ການ​ເລືອກ​ຕັ້ງ​ໃນ​ເດືອນ 4/2014 ດຳ​ເນີນ​ໄປ​ໃນ​ສັນຕິພາບ ​ແລະ ​ສະ​ເໝີ​ພາບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄຽງ​ຄູ່​ກັນ​ນັ້ນ, ທ່ານນາງ Susan Rice ກ່າວ​ເຕືອນ​ວ່າ ທຳນຽບຂ່າວ​ອາດ​ຈະ​ຖອນ​ທະຫານ​ທັງ​ໝົດ​ອອກ​ຈາກ ອາບ​ກາ​ນິດ​ສະຖານ ​ໃນ​ປີ 2014 ຖ້າ​ຫາກ​ທ່ານ Karzai ບໍ່​ປະຕິບັດ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​​ເລື່ອງ​ເຊັນ BSA ​ໃນ​ປີ​ນີ້.

        ສ່ວນ​ທ່ານ Karzai ​ໄດ້ຍົກ​ອອກ​ຄຳຮຽກຮ້ອງ​ໃໝ່ ທວງ​ໃຫ້ ອາ​ເມ​ລິ​ກາ ປ່ອຍ​ຕົວ​ນັກ​ໂທດ ອາບ​ກາ​ນິດ​ສະຖານ 19 ຄົນ​ທີ່​ພວມ​ຖືກ​ຄຸ້ມ​ຂັງ​ຢູ່​ຄຸກ​ໃນ​ເກາະ Guantanamo ຂອງ ກູ​ຍບາ, ພ້ອມ​ທັງ​ຖື​ວ່າ: ອາ​ເມ​ລິ​ກາ ​ໄດ້​ແຊກ​ແຊງ​ເຂົ້າ​ການ​ເລືອກ​ຕັ້ງ​ປີ 2009 ຢ່າງ​ຮ້າຍ​ແຮງ.



ຂ່າວ/ບົດ​ອື່ນ