ອາ​ຣັບ​ບິ ຊາ​ອຸ​ດິ ຈັດ​ພິ​ທີ ນະມັດສະການ Umrah ຢູ່ Mecca ຄືນ​ໃໝ່​ພາຍຫຼັງ 6 ເດືອນ

(VOVWORLD) -ນັບແຕ່ເມື່ອ ອາຣັບບິ ຊາອຸດິດ ປະຕິບັດການຈົດທະບຽນແຕ່ວັນທີ 27 ກັນຍາສຳລັບບັນດາຜູ້ທີ່ມີຄວາມມຸ່ງຫວັງປະຕິບັດພິທີ Umrah, ປະເທດນີ້ກໍ່ໄດ້ອອກໃບອະນຸຍາດ 108.041 ສະບັບ ໃຫ້ ສາສະນິກະຊົນຮອດວັນທີ 1 ຕຸລາ.
ອາ​ຣັບ​ບິ ຊາ​ອຸ​ດິ ຈັດ​ພິ​ທີ ນະມັດສະການ Umrah ຢູ່ Mecca ຄືນ​ໃໝ່​ພາຍຫຼັງ 6 ເດືອນ - ảnh 1ຜູ້ນະມັດ ສະການ ທີ່ປະຕິບັດພິທີຢູ່ Kaaba ກໍ່ລ້ວນແຕ່ໃສ່ຜ້າອັດປາກ- ດັງ (ພາບ: AFP/TTXVN) 

ວັນທີ 4 ຕຸລາ, ອາຣັບບິ ຊາອຸດິ ຈັດພິທີນະມັດສະການ Umrah ຢູ່ Mecca ຄືນໃໝ່ພາຍຫຼັງ ການຢຸດຕິຊົ່ວຄາວເປັນເວລາ 6 ເດືອນ ແຕ່ຕ້ອງຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການຄຸວບຄຸມໂລກລະບາດ Covid - 19 ຢ່າງເຂັ້ມງວດ. ອົງການໃຫຍ່ ຄຸ້ມຄອງບັນດາບັນຫາ ຫໍທຳມະສະພາໃຫຍ່ ແລະ ຫໍທຳມະສະພານັກທຳນາຍ ໃຫ້ຮູ້ວ່າ ກຸ່ມນະມັດສະການທຳອິດໄດ້ມາຮອດ ແລະ ປະຕິບັດພິທີ Umrah  ຢູ່ ຫໍທຳມະສະພາໃຫຍ່ ຂອງ Mecca ໃນຕອນເຊົ້າວັນທີ 4 ຕຸລາ. ຕາມຮູບພາບທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍນີ້ສະແດງໃຫ້ເຫັນວ່າ ຜູ້ນະມັດ ສະການ ທີ່ປະຕິບັດພິທີຢູ່ Kaaba ກໍ່ລ້ວນແຕ່ໃສ່ຜ້າອັດປາກ- ດັງ.

        ນັບແຕ່ເມື່ອ ອາຣັບບິ ຊາອຸດິດ ປະຕິບັດການຈົດທະບຽນແຕ່ວັນທີ 27 ກັນຍາສຳລັບບັນດາຜູ້ທີ່ມີຄວາມມຸ່ງຫວັງປະຕິບັດພິທີ Umrah, ປະເທດນີ້ກໍ່ໄດ້ອອກໃບອະນຸຍາດ 108.041 ສະບັບ ໃຫ້ ສາສະນິກະຊົນຮອດວັນທີ 1 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ