ອາເມລິກາ ກຽມພ້ອມໃຫ້ແກ່ການພົວພັນຫລັງ Brexit ກັບອັງກິດ ແລະ ອີຢູ ຢ່າງແຮງກ່ວາ

(VOVWORLD) -   ວັນທີ 25 ທັນວາ, ອຳນາດການປົກຄອງໃກ້ຈະໝົດອາຍຸການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ອັງກິດ ແລະ ສະຫະພາບ ເອີຣົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງການຄ້າຫລັງ Brexit, ຢັ້ງຢືນວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະສ້າງ “ການພົວພັນຂ້າມມະຫາສະໝຸດອັດລັງຕິກຢ່າງແຮງກ່ວາອີກ”.
ອາເມລິກາ ກຽມພ້ອມໃຫ້ແກ່ການພົວພັນຫລັງ Brexit ກັບອັງກິດ ແລະ ອີຢູ ຢ່າງແຮງກ່ວາ - ảnh 1ອັງກິດ ແລະ ສະຫະພາບ ເອີຣົບ (ອີຢູ) ບັນລຸໄດ້ຂໍ້ຕົກລົງການຄ້າຫລັງ Brexit (ພາບ: AFP/TTXVN)

         ອັງກິດ ແລະ ອີຢູ ບັນລຸໄດ້ຂໍ້ຕົກລົງດັ່ງກ່າວ ພາຍຫລັງການເຈລະຈາມາເປັນເວລາຫລາຍເດືອນ. ຊາວ ອັງກິດ ທີ່ສະໜັບສະໜູນ Brexit ມາແຕ່ດົນນັ້ນ ໄດ້ໃຫ້ຄຳໝັ້ນໝາຍວ່າ ຈະມີຂໍ້ຕົກລົງການຄ້າສະບັບໃໝ່ ແລະ ມີຜົນປະໂຫຍດກັບ ອາເມລິກາ ເພື່ອທົດແທນໃຫ້ແກ່ການຖອນຕົວອອກຈາກ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ