ອາ​ເມ​ລິ​ກາ ຄາດ​ວ່າ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ ກັບ ອາຊຽນ ຢູ່ Las Vegas

(VOVWORLD) -ຝ່າຍ ອາເມລິກາ ພວມຊຸກຍູ້ແຜນການຈັດຕັ້ງກອງປະຊຸມນີ້ ແລະ ທ່ານ Donald Trump ຈະເຂົ້າຮ່ວມ ກອງປະຊຸມ ເຊິ່ງຄາດວ່າຈະດໍາເນີນໃນວັນທີ 12 ມີີນາ ຈະມາເຖິງ.
ອາ​ເມ​ລິ​ກາ ຄາດ​ວ່າ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ ກັບ ອາຊຽນ ຢູ່ Las Vegas - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: Reuters)

        ວັນທີ 25 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊີນບັນດາການນໍາ ອາຊຽນ ໄປ ເຂົ້າຮ່ວມກອງປະຊຸມສຸດຍອດສອງຝ່າຍ ຢູ່ນະຄອນ Las Vegas, ລັດ Nevada ໃນເດືອນໜ້າ.

        ທ່ານ Mike Pompeo ໃຫ້ຮູ້ວ່າ ຝ່າຍ ອາເມລິກາ ພວມຊຸກຍູ້ແຜນການຈັດຕັ້ງກອງປະຊຸມນີ້ ແລະ ທ່ານ Donald Trump ຈະເຂົ້າຮ່ວມ ກອງປະຊຸມ ເຊິ່ງຄາດວ່າຈະດໍາເນີນໃນວັນທີ 12 ມີີນາ ຈະມາເຖິງ.

ຟ້າມຮວັນ - ນັກຂ່າວ VOV ປະຈໍາ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ