ອາ​ເມ​ລິ​ກາ ຈັດ​ວາງ​ຄໍາ​ສັ່ງ​ລົງ​​ໂທ​ດຕໍ່​ກຸ່​ມບໍລິສັດ Rosneft ຂອງ ລັດ​ເຊຍ

(VOVWORLD) - ວັນທີ 18 ກຸມພາ, ກະຊວງການເງິນ ອາເມລິກາ ປະກາດວ່າ ໄດ້ຈັດເອົາບໍລິສັດ Rosneft Trading SA ເຊິ່ງເປັນຫົວໜ່ວຍສັງກັດກຸ່ມບໍລິສັດ Rosneft ຂອງ ລັດເຊຍ ແລະ ທ່ານ Didier Kasimiro, ປະທານສະພາບໍລິຫານຂອງບໍລິສັດນີ້ ເຂົ້າໃນບັນຊີລາຍຊື່ລົງໂທດ ຍ້ອນໄດ້ເຂົ້າຮ່ວມການຊື້ຂາຍນໍ້າມັນຂອງ ເວເນຊູເອລາ.
ອາ​ເມ​ລິ​ກາ ຈັດ​ວາງ​ຄໍາ​ສັ່ງ​ລົງ​​ໂທ​ດຕໍ່​ກຸ່​ມບໍລິສັດ Rosneft ຂອງ ລັດ​ເຊຍ - ảnh 1 (ພາບປະກອບ: AP)

        ຝ່າຍ ອາເມລິກາ ກ່າວຫາວ່າ ໃນເດືອນຜ່ານມາ, Rosneft Trading SA ໄດ້ເຂົ້າຮ່ວມການສະໜອງນໍ້າມັນດິບຂອງ ເວເນຊູເອລາ ໃຫ້ ອາຟະລິກາຕາເວັນຕົກສອງລ້ານຖັງ. ໃນຂະນະນັ້ນ, ທ່ານປະທານສະພາບໍລິຫານ Didier Kasimiro ກໍ່ສວມບົດບາດສໍາຄັນໃນການເພີ່ມທະວີການຮ່ວມມືລະຫວ່າງ Rosneft Trading SA ແລະ ກຸ່ມບໍລິສັດນໍ້າມັນອາຍແກັດແຫ່ງຊາດ ເວເນຊູເອລາ (PAVSA).

        ສະແດງປະຕິກິລິຍາຕໍ່ກັບການກະທໍາດັ່ງກ່າວຂອງ ອາເມລິກາ, ກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ທີ່ຈັດວາງໃສ່ບັນດາບໍລິສັດປ້ອງກັນປະເທດ ແລະ ບໍ່ນໍ້າມັນຂອງລັດເຊຍ ໄດ້ສະແດງໃຫ້ເຫັນການຂາດຄວາມສາມາດຂອງບັນດາບໍລິສັດ ອາເມລິກາ ເພື່ອຍາດເອົາໄຊຊະນະໃນຕໍ່ສູ້ກັນທີ່ຍຸຕິທໍາ, ພ້ອມທັງຢັ້ງຢືນວ່າ ບັນດາຄໍາສັ່ງລົງໂທດໃໝ່ຂອງ ອາເມລິກາ ທີ່ຈັດວາງໃສ່ສະຫະພັນລັດເຊຍນັ້ນ ຈະບໍ່ສົ່ງຜົນສະທ້ອນຕໍ່ການຮ່ວມມືຂອງ ມົດສະກູ, Caracas, Damascus ແລະ Tehran. ກະຊວງການຕ່າງປະເທດ ລັດເຊຍ ກໍຖະແຫຼງວ່າ ບັນດາຄໍາສັ່ງລົງໂທດຕ້ານຄືນ ລັດເຊຍ ຂອງ ອາເມລິກາ ຈະເຮັດໃຫ້ການຄ້າໂລກຖືກອ່ອນແອລົງ ແລະ ກໍ່ຄວາມສັບສົນໃນການພົວພັນສອງຝ່າຍ.

ວັນເທື່ອງ - ນັກຂ່າວ VOV ປະຈໍາ ລັດເຊຍ


 

ຕອບກັບ

ຂ່າວ/ບົດ​ອື່ນ