ອາເມລິກາ - ຈີນ ບັນລຸໄດ້ຂໍ້ຕົກລົງດ້ານການຄ້າສ່ວນໃດສ່ວນໜ່ຶງ

(VOVWORLD) - ອາເມລິກາ ແລະ ຈີນບັນລຸໄດ້ຂໍ້ລົງດ້ານການຄ້າດີພໍສົມຄວນຢູ່ໃນໄລຍະ 1 ກ່ຽວກັບຊັບສິນທາງປັນຍາ, ການບໍລິການການເງິນ ແລະ ຊື້-ຂາຍຜະລິດຕະພັນກະເສດ ດ້ວຍປະລິມານຫຼາຍ.
ອາເມລິກາ - ຈີນ ບັນລຸໄດ້ຂໍ້ຕົກລົງດ້ານການຄ້າສ່ວນໃດສ່ວນໜ່ຶງ - ảnh 1 ທ່ານປະທານາທິບໍດີ Donald Trump 

    ວັນທີ 11 ຕຸລາ, ອາເມລິກາ ແລະ ຈີນ ບັນລຸໄດ້້ຂໍ້ຕົກລົງດ້ານການຄ້າສ່ວນໃດສ່ວນໜຶ່ງ ໃນຮອບເຈລະຈາຂັ້ນສູງທີ່ໄດ້ດໍາເນີນໃນ 2 ວັນຢູ່ ນະຄອນຫຼວງວໍຊີງຕັນ DC. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ ພາຍຫຼັງການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ, ທ່ານປະທານາທິບໍດີ Donald Trump ປະກາດວ່າ ອາເມລິກາ ແລະ ຈີນບັນລຸໄດ້ຂໍ້ລົງດ້ານການຄ້າດີພໍສົມຄວນຢູ່ໃນໄລຍະ 1 ກ່ຽວກັບຊັບສິນທາງປັນຍາ, ການບໍລິການການເງິນ ແລະ ຊື້-ຂາຍຜະລິດຕະພັນກະເສດ ດ້ວຍປະລິມານຫຼາຍ. ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ສອງຝ່າຍໃກ້ຈະບັນລຸໄດ້ຂໍ້ຕົກລົງວ່າດ້ວຍການສິ້ນສຸດສົງຄາມດ້ານການຄ້າ ແລະ ຈະໃຊ້ເວລາປະມານ 5 ອາທິດຕື່ມອີກ  ເພື່ອບັນລຸໄດ້ຂໍ້ຕົກລົງທີ່ເປັນລາຍລັກອັກສອນ.

        ດ້ວຍສ່ວນໃດສ່ວນໜຶ່ງຂອງຂໍ້ຕົກລົງທີ່ບັນລຸໄດ້ໃນຄັ້ງນີ້, ອາເມລິກາ ໄດ້ຕົກລົງໂຈະແຜນການເພີ່ມອັດຕາພາສີ ແຕ່ 25% ຂຶ້ນເປັນ 30% ສໍາລັບສິນຄ້າທີ່ນໍາເຂົ້າຈາກຈີນ ທີ່ມີມູນຄ່າ 250 ຕື້ USD ເຊິ່ງຄາດວ່າຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 15 ຕຸລານີ້ ເປັນຕົ້ນໄປ, ໃນເມື່ອ ຈີນ ໄດ້ເຫັນດີຊື້ຜະລິດຕະພັນກະເສດຂອງ ອາເມລິກາ ດ້ວຍມູນຄ່່າປະມານ 40 – 50 ຕື້ USD. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ Donald Trump ຍັງບໍ່ປ່ຽນແປງແຜນການຈັດວາງອັດຕາພາສີເພີ່ມເຕີມສໍາລັບສິນຄ້າ ຈີນທີ່ມີມູນຄ່າ 160 ຕື້ USD ໃນວັນທີ 15 ທັນວາຈະມາເຖິງນີ້. ແຜນການນີ້ ຈະສົ່ງຜົນສະທ້ອນເຖິງສິນຄ້າຫຼາຍປະເພດຂອງຈີນ ທີ່ນໍາເຂົ້າ ອາເມລິກາ, ຄືຈາກເຄື່ອງນຸ່ງ, ເຄື່ອງຫຼິ້ນ ຕະຫຼອດຮອດໂທລະສັບມືຖື...


ຕອບກັບ

ຂ່າວ/ບົດ​ອື່ນ