ອາເມລິກາ, ຈີນ ໂຈະການປຶກສາຫາລືທາງອອນລາຍກ່ຽວກັບຂໍ້ຕົກລົງການຄ້າ

(VOVWORLD) - ກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ ຈີນ ທີ່ຄາດວ່າ ຈະດຳເນີນໃນວັນທີ 15 ສິງຫາ ນັ້ນໄດ້ຖືກໂຈະໄວ້ ແລະ 2 ຝ່າຍຍັງບໍ່ທັນມີຄວາມເປັນເອກະພາບກັນກ່ຽວກັບວັນເວລາທີ່ຈະຈັດກອງປະຊຸມປຶກສາຫາລືດັ່ງກ່າວ.
ອາເມລິກາ, ຈີນ ໂຈະການປຶກສາຫາລືທາງອອນລາຍກ່ຽວກັບຂໍ້ຕົກລົງການຄ້າ - ảnh 1 ທ່ານ Robert Lighthizer, ທ່ານ ລຽວເຄືອ  ແລະ ທ່ານ Steven Mnuchin ກ່ອນທີ່ດຳເນີນຮອບເຈລະຈາດ້ານການຄ້າຢູ່ ປັກກິງ . ພາບ: AFP/TTXVN

ກ່ອນໜ້ານັ້ນ, 2 ຝ່າຍຄາດວ່າ ຈະດຳເນີນກອງປະຊຸມປຶກສາຫາລືທາງອອນລາຍລະຫວ່າງ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ, ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ທ່ານ ລຽວເຄືອ ຮອງນາຍົກລັດຖະມົນຕີ ຈີນ ເພື່ອຕີລາຄາກ່ຽວກັບການປະຕິບັດຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ ແລະ ຈີນ ໄລຍະ 1. ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂໍ້ກຳນົດຂອງຂໍ້ຕົກລົງສະບັບດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ ຍັງບໍ່ທັນຮູ້ລາຍລະອຽດກ່ຽວກັບສາຍເຫດ ທີ່ເຮັດໃຫ້ການເຄື່ອນໄຫວດັ່ງກ່າວຖືກໂຈະໄວ້.

        ຄັ້ງໃກ້ໆນີ້, 2 ຝ່າຍໄດ້ແລກປ່ຽນກ່ຽວກັບຂໍ້ຕົກລົງການຄ້າໄລຍະ 1 ແມ່ນໃນການໂອ້ລົມທາງໂທລະສັບເມື່ອຕົ້ນເດືອນ ພຶດສະພາ. ເຖິງຢ່າງໃດກໍ່ຕາມ, ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ການເຄື່ອນໄຫວແລກປ່ຽນການຄ້າຖືກຢຸດສະງັກ ແລະ ໃນຖະແຫຼງການໜຶ່ງໂດຍຫ່າງຈາກນີ້ 2 – 3 ອາທິດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສົ່ງສັນຍານແຂງກະດ້າງກ່ຽວກັບຜົນສັກສິດຂອງຂໍ້ຕົກລົງໄລຍະ 1 ກໍ່ຄືຄວາມສາມາດ 2 ຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງໄລຍະ 2.

ຕອບກັບ

ຂ່າວ/ບົດ​ອື່ນ