ອາເມລິກາ ຍົກເລີກບັນດານະໂຍບາຍພິເສດຂອງ WTO ສຳລັບຫລາຍປະເທດພວມພັດທະນາພຽງລຳພັງຝ່າຍດຽວ

(VOVWORLD) - ວັນທີ 11 ກຸມພາ, ອົງການຕາງໜ້າດ້ານການຄ້າ ອາເມລິກາ (USTR) ປະກາດວ່າ ອຳນາດການປົກຄອງ ອາເມລິກາ ໄດ້ຮັດແຄບບັນຊີລາຍຊື່ບັນດາປະເທດພວມພັດທະນາ ແລະ ດ້ອຍພັດທະນາທີ່ສຸດ 

ເພື່ອຫລຸດຜ່ອນການດຳເນີນການສືບສວນຂອງ ອາເມລິກາ ກ່ຽວກັບເລື່ອງ ບັນດາປະເທດເຫຼົ່ານັ້ນ ອາດຈະກໍ່ຜົນເສຍຫາຍໃຫ້ແກ່ບັນດາຂະແໜງອຸດສາຫະກຳ ອາເມລິກາ ຍ້ອນການຊ່ວຍໜູນການສົ່ງອອກຢ່າງບໍ່ຍຸຕິທຳຫຼືບໍ່.

        ສຳລັບການຕັດສິນໃຈດັ່ງກ່າວ,  ອາເມລິກາ ໄດ້ຍົກເລີກບັນດານະໂຍບາຍພິເສດຂອງປະເທດນີ້ທີ່ມີຕໍ່ບັນດາປະເທດ ແລະ ເຂດແຄ້ວນພວມພັດທະນາ, ລວມມີ ອາບານນີ, ອາກຊັງຕິນ, ອາເມເນຍ, ບຣາຊິນ, ບຸນກາຣີ, ຈີນ, ຮົ່ງກົງ (ຈີນ), ໂກລົມເບຍ, ສິງກະໂປ, ສ.ເກົາຫຼີ, ໄທ, ຢູແກຼນ, ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ