ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງການຮ່ວມມື 3 ຝ່າຍເພື່ອຮັບມືກັບ ສປປ ເກົາຫຼີ

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາການຍິງທົດລອງລູກສອນໄຟຂອງ ສປປ ເກົາຫຼີ ພ້ອມທັງກ່າວປະນາມບັນດາຄຳເວົ້າຂອງ ສປປ ເກົາຫຼີ ທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶ
ວັນທີ 21 ພະຈິກ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Wendy Sherman ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ສ ເກົາຫຼີ ແລະ ຍີ່ປຸ່ນ ເພື່ອແນໃສ່ປຶກສາຫາລືກ່ຽວກັບເຫດຍິງທົດລອງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ. ບັນດາຝ່າຍພ້ອມກັນກ່າວປະນາມເຫດຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບໃນວັນທີ 18 ພະຈິກ ຂອງ ສປປ ເກົາຫຼີ, ເນັ້ນໜັກເຖິງຜົນກະທົບກໍ່ຄວາມຂາດສະຖຽນລະພາບຂອງການກະທຳນີ້ຕໍ່ພາກພື້ນ ແລະ ຢູ່ໃນໂລກ. ຮອງລັດຖະມົນຕີການຕ່າງປະເທດ 3 ປະເທດ ເນັ້ນໜັກວ່າ: ນີ້ແມ່ນໜຶ່ງໃນບັນດາການຍິງທົດລອງລູກສອນໄຟຂອງ ສປປ ເກົາຫຼີ ພ້ອມທັງກ່າວປະນາມບັນດາຄຳເວົ້າຂອງ ສປປ ເກົາຫຼີ ທີ່ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ; ຢັ້ງຢືນຄວາມສຳຄັນຂອງການຮ່ວມມືລະຫວ່າງ 3 ຝ່າຍ: ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ ໃນການຮັບມືກັບການກະທຳຂອງ ສປປ ເກົາຫຼີ. ທ່ານນາງ Wendy Sherman ເນັ້ນໜັກຄຳໝັ້ນສັນຍາຂອງ ອາເມລິກາ ໃນການປົກປ້ອງ ຍີ່ປຸ່ນ ແລະ ສ ເກົາຫຼີ ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນ ບັງຄັບໃຫ້ ສປປ ເກົາຫຼີ ຕ້ອງຮັບຜິດຊອບກ່ຽວກັບການລະເມີດມະຕິຫຼາຍສະບັບຂອງ ສະພາຄວາມໝັ້ນຄົງ ສ

ຕອບກັບ

ຂ່າວ/ບົດ​ອື່ນ