​ອາ​ເມ​ລິ​ກາ, ນອກ​ແວ ແລະ ກາ​ນາ​ດາ ​ຊຸກ​ຍູ້​​ຊ່ວຍ​ເຫຼືອ​ລ້າ​ໃຫ້​ ຢູແກ​ຼນ

(VOVWORLD) -ວັນທີ 16 ກຸມພາ, ສະພາແຫ່ງຊາດ ນອກແວ ໄດ້ຮັບຮອງເອົາບ້ວງເງິນຊ່ວຍມີ ມູນຄ່າ 75 ລ້ານ Kroner ນອກແວ ( 7,4 ຕື້ ໂດລາສະຫະລັດ) ໃຫ້ແກ່ ອູແກຣນ. ບ້ວງເງິນຊ່ວຍເຫຼືອນີ້ຈະໄດ້ຜັນຂະຫຍາຍໃນ 5 ປີ, ແຕ່ລະປີຈະຈ່າຍໃຫ້ 15 ຕື້ Kaoner ນອກແວ, ໃນນັ້ນ,ລວມທັງການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ.
​ອາ​ເມ​ລິ​ກາ, ນອກ​ແວ ແລະ ກາ​ນາ​ດາ ​ຊຸກ​ຍູ້​​ຊ່ວຍ​ເຫຼືອ​ລ້າ​ໃຫ້​ ຢູແກ​ຼນ - ảnh 1

ນາຍທະຫານ ຢູແກຼນ ຢູ່ເຂດປະທະກັນກັບກຳລັງ ລັດເຊຍ (ພາບ: AFP/TTXVN)

        ວັນດຽວກັນ, ສະຖານທູດ ອາເມລິກາ ປະຈຳ ສາທາລະນະລັດເຊັກໂກ ໃຫ້ຮູ້ວ່າ ອາເມລິກາ ຈະສະໜອງເງິນ ຈຳນວນ 200 ລ້ານ ໂດລາສະຫະລັດ ໃຫ້ແກ່ ສາທາລະນະລັດເຊັກໂກ ເພື່ອໃຫ້ປະເທດດັ່ງກ່າວຫັນການທະຫານເປັນທັນສະໄໝ ແລະ ປ່ຽນຖ່າຍອຸປະກອນການທະຫານທີ່ Praha ສົ່ງໃຫ້ ອູແກຣນ. ນີ້ແມ່ນບ້ວງເງິນໜູນຊ່ວຍເພີ່ມເຕີມນອກຈາກບ້ວງ 106 ລ້ານ ໂດລາສະຫະລັດ ທີ່ອາເມລິກາ ໃຫ້ຄຳໝັ້ນສັນຍາ ຕັ້ງແຕ່ປີກາຍ. ກ່ອນໜ້ານັ້ນ, ອຳນາດການປົກຄອງ  ອາເມລິກາໄດ້ຕົກລົງສະໜອງບ້ວງໜູນຊວຍ ອຸປະກອນ ແລະ ລູກປືນໃໝ່ ໃຫ້ແກ່ ອູແກຣນ, ໃນນັ້ນມີລົດສູ້ຮົບທາງບົກ Bradley. ໃນຂະນະນັ້ນ, ທ່ານນາງ Anita Anand, ລັດຖະມົນຕີ ກະຊວງປ້ອງກັນປະເທດ ການາດາ ກໍ່ໃຫ້ຮູ້ວ່າ: ລົດຖັງ Leopard 2 ທຸກຄັນ ທີ່ ການາດາ ສະໜອງໃຫ້ແກ່ ອູແກຣນ ແມ່ນໄດ້ຂົນສົ່ງໄປຮອດເອີຣົບແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ