ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ອຸ​ປະ​ຖຳ​ປ້ອງ​ກັນ​ອາ​ກາດ​ທີ່​ມີ​ມູນ​ຄ່າ 2.1 ຕື້ USD ໃຫ້​ແກ່ ຢູ​ແກຼນ

(VOVWORLD) - ແຈ້ງການຂອງກະຊວງປ້ອງກັນປະເທດ ອາເມລິກາ ຊີ້ແຈ້ງວ່າ ບ້ວງເງິນອຸປະຖຳນີ້ໄດ້ສະໜອງຕາມຂໍ້ລິເລີ່ມຂອງໜູນຊ່ວຍຄວາມໝັ້ນຄົງ ຢູແກຼນ (USAI).
ອາ​ເມ​ລິ​ກາ ປະ​ກາດ​ບ້ວງ​ເງິນ​ອຸ​ປະ​ຖຳ​ປ້ອງ​ກັນ​ອາ​ກາດ​ທີ່​ມີ​ມູນ​ຄ່າ 2.1 ຕື້ USD ໃຫ້​ແກ່ ຢູ​ແກຼນ - ảnh 1

 ລະບົບປ້ອງກັນລູກສອນໄຟ  Patriot (ພາບ: US Army)

   ວັນທີ 9 ມິຖຸນາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ແຈ້ງໃຫ້ຊາບ ບ້ວງເງິນອຸປະຖຳ ທີ່ມີມູນຄ່າ 2.1 ຕື້ USD ໃຫ້ແກ່ ຢູແກຼນ ຊື່ງລວມມີບັນດາລະບົບປ້ອງກັນອາກາດ ແລະ ລູກປືນທີ່ສຳຄັນ ເພື່ອແນໃສ່ປັບປຸງຄວາມສາມາດປ້ອງກັນອາກາດໃຫ້ແກ່ ກີແອບ ໃນໄລຍະຍາວນານ. ແຈ້ງການຂອງກະຊວງປ້ອງກັນປະເທດ ອາເມລິກາ ຊີ້ແຈ້ງວ່າ ບ້ວງເງິນອຸປະຖຳນີ້ໄດ້ສະໜອງຕາມຂໍ້ລິເລີ່ມຂອງໜູນຊ່ວຍຄວາມໝັ້ນຄົງ ຢູແກຼນ (USAI). ຊື່ງຄາດວ່າຈະຖືກປ່ອຍເງິນໃນຫຼາຍເດືອນ ແລະ ຫຼາຍປີຈະມາເຖິງ ເພື່ອຮັບປະກັນຄວາມຕ້ອງການດ້ານຄວາມໝັ້ນຄົງໃນອະນາຄົດຂອງ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ