ອາ​ເມ​ລິ​ກາ ຢັ້ງ​ຢືນ​ ລະ​ບົບ​ທະ​ນາ​ຄານ​ເຄື່ອນ​ໄຫວ​ເປັນ​ປົກ​ກະ​ຕິ

(VOVWORLD) -ຂົງເຂດທະນາຄານຂອງ ອາເມລິກາ ພວມກັບຄືນສູ່ເຄື່ອນໄຫວເປັນປົກກະຕິ ພາຍຫຼັງການລົ້ມລະລາຍຂອງທະນາຄານ Silicon Valley Bank (SVB) ແລະ Signature Bank ຫວ່າງມໍ່ໆມານີ້.
ອາ​ເມ​ລິ​ກາ ຢັ້ງ​ຢືນ​ ລະ​ບົບ​ທະ​ນາ​ຄານ​ເຄື່ອນ​ໄຫວ​ເປັນ​ປົກ​ກະ​ຕິ - ảnh 1ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen (ພາບ: AFP/TTXVN)

ໃນບົດກ່າວປາໄສທີ່ກອງປະຊຸມຂອງສະມາຄົມທະນາຄານ ອາເມລິກາ (ABA) ຖືກດຳເນີນຢູ່ນະຄອນຫຼວງ ວໍຊິງຕັນ ໃນວັນທີ 21 ມີນາ, ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ຢັ້ງຢືນວ່າ ຂົງເຂດທະນາຄານຂອງ ອາເມລິກາ ພວມກັບຄືນສູ່ເຄື່ອນໄຫວເປັນປົກກະຕິ ພາຍຫຼັງການລົ້ມລະລາຍຂອງທະນາຄານ Silicon Valley Bank (SVB) ແລະ Signature Bank ຫວ່າງມໍ່ໆມານີ້.

        ທ່ານນາງ Yellen ຕີລາຄາວ່າ ເງິນຝາກຢູ່ທະນາຄານຕ່າງໆໃນພາກພື້ນເປັນປົກກະຕິ ພາຍຫຼັງການກະທຳຂອງເຈົ້າໜ້າທີ່ ເພື່ອແນໃສ່ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ສະກັດກັ້ນຜົນຕາມມາສືບຕໍ່ເພີ່ມຂຶ້ນ. ທ່ານນາງ Yellen ເນັ້ນໜັກວ່າ ການແຊກແຊງຂອງລັດຖະບານ ແມ່ນຈຳເປັນເພື່ອປົກປ້ອງລະບົບທະນາຄານ ອາເມລິກາ. ບັນດາການກະທຳທີ່ຄ້າຍຄືກັນ ສາມາດຮັບປະກັນໄດ້ ຖ້າຫາກວ່າບັນດາອົງການສິນເຊື່ອຂະໜາດນ້ອຍກວ່າປະເຊີນໜ້າກັບສະພາບຖອນເງິນຫຼາຍເປັນຂະບວນ.

ຕອບກັບ

ຂ່າວ/ບົດ​ອື່ນ