ອາ​ເມ​ລິ​ກາ ຢັ​້ງ​ຢຶນ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ທາງ​ອ້ອມ​ກັບ ອີ​ຣານ ຄ​ືນ​ໃໝ່

(VOVWORLD) -ທ່ານນາງ Jen Psaki ເລຂານຸການສື່ມວນຊົນ ທຳນຽບຂາວໄດ້ຊີ້ແຈ້ງວ່າ ຝ່າຍ ອາເມລິກາ ບໍ່ມີການຄາດຄະເນໃດກ່ຽວກັບເຫດການລະເບີດ ຢູ່ຮາກຖານນິວເຄຼຍຂອງ ອີຣານ ເມື່ອທ້າຍອາທິດຜ່ານມາ
ອາ​ເມ​ລິ​ກາ ຢັ​້ງ​ຢຶນ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ທາງ​ອ້ອມ​ກັບ ອີ​ຣານ ຄ​ືນ​ໃໝ່ - ảnh 1 ທ່ານນາງ Jen Psaki ເລຂານຸການສື່ມວນຊົນ ທຳນຽບຂາວ  (ພາບ: TASS)

ວັນທີ 14 ເມສາ, ທ່ານນາງ Jen Psaki ເລຂານຸການສື່ມວນຊົນ ທຳນຽບຂາວ ໄດ້ປະກາດວ່າ ອາເມລິກາ ແລະ ອີຣານ ຈະປະຕິບັດການເຈລະຈາທາງອ້ອມ ໃນວັນທີ 15 ເມສາ ຢູ່ Vienna ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ. ທ່ານນາງ Jen Psaki ໄດ້ຊີ້ແຈ້ງວ່າ ຝ່າຍ ອາເມລິກາ ບໍ່ມີການຄາດຄະເນໃດກ່ຽວກັບເຫດການລະເບີດ ຢູ່ຮາກຖານນິວເຄຼຍຂອງ ອີຣານ ເມື່ອທ້າຍອາທິດຜ່ານມາ. ຕາມທ່ານນາງ Jen Psaki ແລ້ວ, ເຖິງວ່າ ນີ້ຈະແມ່ນວິວັດທະນາການທີ່ຍາວນານກໍ່ຕາມ ແຕ່ ອາເມລິກາ ຖືວ່າ ນີ້ແມ່ນສັນຍານທີ່ຕັ້ງໜ້າ. ຄາດວ່າ, ທ່ານ Rob Malley ທູດພິເສດຂອງ ອາເມລິກາ ກ່ຽວກັບ ອີຣານ ຈະມີໜ້າຢູ່ Vienna ເພື່ອເຂົ້າຮ່ວມ ການປຶກສາຫາລື. ໃນອາທິດກ່ອນ, ອີຣານ ແລະ ກຸ່ມ P4+1 (ລວມມີ ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໄດ້ມີການເຈລະຈາໂດຍກົງ ຢູ່ Vienna ເພື່ອແນໃສ່ກູ້ເອົາແຜນການດຳເນີນງານຮ່ວມຮອບດ້ານ JCPOA. ໃນວັນທີ 15 ເມສາ, ບັນດາຝ່າຍຄາດວ່າຈະສືບຕໍ່ປຶກສາຫາລື ດ້ວຍເນື້ອໃນຫຼັກແມ່ນຊວນເຊື່ອ ອາເມລິກາ ແລະ ອີຣານ ກັບຄືນປະຕິບັດຂໍ້ຕົກລົງ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ