ອາ​ເມ​ລິ​ກາ​ ຢາກ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ກ່າວຄຳເຫັນທີ່ການແລກປ່ຽນ, ທ່ານ ເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ສະເໜີໃຫ້ລັດຖະບານ ອາເມລິກາ ສືບຕໍ່ໜູນຊ່ວຍບັນດາປະເທດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ ພັດທະນາລະບົບສະໜອງແບບຍືນຍົງ
ອາ​ເມ​ລິ​ກາ​ ຢາກ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານ ຮ່າກິມງອກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ (ພາບ: TTXVN)

ໃນອາທິດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຮ່າກິມງອກ ພ້ອມກັບບັນດາເອກອັກຄະລັດຖະທູດ ບັນດາປະເທດອາຊຽນ ປະຈຳ ວໍຊິງຕັນ ດີຊີ ໄດ້ມີການແລກປ່ຽນທາງອອນລາຍກັບທ່ານ David Marchick, ຜູ້ຮັບສາສິດຜູ້ອວຍການອົງການພັດທະນາການເງິນ ສາກົນ ອາເມລິກາ (DFC). ທີ່ການແລກປ່ຽນ, ທ່ານ Marchick ໄດ້ເນັ້ນໜັ້ກວ່າ DFC ຢາກສວມບົດບາດຕັ້ງໜ້າໃນການພັດທະນາຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ດ້ວຍບຸລະມິສິດໃຫຍ່ທີ່ສະຫງວນໃຫ້ແກ່ເຂດອະນຸພາກພື້ນແມ່ນ້ຳຂອງ. DFC ຈະເອົາໃຈໃສ່ເປັນພິເສດຕໍ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ, ຊຸກຍູ້ການລົງທຶນເຂົ້າບັນດາໂຄງການພະລັງງານຂຽວ ແລະ ໜູນຊ່ວຍອາຊີຕາເວັນອອກສ່ຽງໃຕ້ຮັບມືກັບໂລກລະບາດໂຄວິດ - 19 ຜ່ານການເພີ່ມທະວີລະບົບສາທາລະນະສຸກ, ແຈກຢາຍວັດຊິນ. ຄຽງຄູ່ກັນນັ້ນ, DFC ກໍ່ຈະໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໃນບັນດາຂົງເຂດກະສິກຳ ແລະ ການສຶກສາ.

ກ່າວຄຳເຫັນທີ່ການແລກປ່ຽນ, ທ່ານ ເອກອັກຄະລັດຖະທູດ ຮ່າກິມງອກ ໄດ້ສະເໜີໃຫ້ລັດຖະບານ ອາເມລິກາ ສືບຕໍ່ໜູນຊ່ວຍບັນດາປະເທດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ ພັດທະນາລະບົບສະໜອງແບບຍືນຍົງ, ຍົກສູງກຳລັງຄວາມສາມາດດ້ານການຄ້າ ດີຈີຕອນ ແລະ ການເພີ່ມທະວີການລົງທຶນ ເຂົ້າພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ. ທ່ານ ເອກອັກຄະລັດຖະທູດ ຮ່າກິມງອກ ກໍ່ປາດຖະໜາວ່າ ອາເມລິກາຈະໜູນຊ່ວຍບັນດາປະເທດອາຊຽນສຳຜັດກັບແຫຼ່ງວັກຊິນກັນພະຍາດໂຄວິດ - 19, ສືບຕໍ່ຊຸກຍູ້ການລົງທຶນຕາມຮູບການຄູ່ຮ່ວມມື ພາກລັດ - ເອກະຊົນ(PPP) ແລະ ຜ່ານບັນດາຂອບເຂດການຮ່ວມມື ອາເມລິກາ - ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ